ການປະທະກັນ ລະຫວ່າງ ອິດສະຣາແອັນ - ຮາມາດສ: ສະພາຄວາມໝັ້ນຄົງ ສປຊ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມ
(VOVWORLD) - ບັນດາຝ່າຍຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ທັດສະນະ ແລະ ຕ້ອງມີເວລາຕື່ມອີກເພື່ອສືບຕໍ່ປຶກສາຫາລື.
ກອງປະຊຸມສະມັດຊາໃຫຍ່, ສປຊ ໃນວັນທີ 11/12/2023 (ພາບ: TTXVN) |
ວາລະການປ່ອນບັດຮັບຮອງເອົາມະຕິຢູ່ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການປະທະກັນຢູ່ ກາຊາ ໄດ້ດຳເນີນໃນຕອນຄ່ຳວັນທີ 19 ທັນວາ ຕາມເວລາທ້ອງຖິ່ນ. ບັນດາປະເທດ ກຳມະການ ສະພາຄວາມໝັ້ນຄົງ ສປຊ ຍັງຊອກຫາວິທີເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຮ່າງມະຕິ ໂດຍ ສະຫະລັດ ອາຣັບ ເອມມີເລດ (UAE) ສະເໜີ, ສຸມໃສ່ການເປີດກວ້າງ ແລະ ຕິດຕາມກວດກາການປະຕິບັດການຊ່ວຍເຫຼືອມະນຸດສະທຳຢູ່ເຂດ ກາຊາ. ແຕ່ວ່າ, ຕາມແຫຼ່ງຂ່າວທາງການທູດ ໃຫ້ຮູ້ວ່າ ປັດຈຸບັນ, ບັນດາປະເທດພວມປຶກສາຫາລືກ່ຽວກັບເອກະສານສະບັບປັບປຸງໃໝ່ ເພື່ອແນໃສ່ບັນລຸໄດ້ຄວາມປະນິປະນອມ, ຮຽກຮ້ອງໃຫ້ “ຢຸດການກະທຳເປັນປໍລະປັກໄວ້ຊົ່ວຄາວ ເພື່ອສ້າງເງື່ອນໄຂໃຫ້ສຳຜັດກັບການຊ່ວຍເຫຼືອມະນຸດສະທຳຢ່າງປອດໄພ ແລະ ບໍ່ຖືກກີດຂວາງ, ແລະ ເປັນພື້ນຖານ ແກ່ບາດກ້າວຮີບດ່ວນ ມຸ່ງໄປເຖິງການຢຸດຕິການກະທຳເປັນປໍລະປັກແບບຍືນຍົງ”.
ໃນວາລະປະຊຸມຢູ່ ສະພາຄວາມໝັ້ນຄົງ ສຊປ ໃນວັນທີ 19 ທັນວາ, ບັນດາຝ່າຍຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ທັດສະນະ ແລະ ຕ້ອງມີເວລາຕື່ມອີກເພື່ອສືບຕໍ່ປຶກສາຫາລື.