ການປະທະກັນ ອິດສະລາແອັນ - ຮາມາດ: ສຳຫຼວດ ວິທີການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຄົມຊາວຫວຽດນາມ
(VOVWORLD) - ຕາມ ທ່ານລີດຶກຈຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ແລ້ວ, ປັດຈຸບັນ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິດສະລາແອັນ ຍັງປອດໄພຢູ່.
ນັກຮຽນ ຫວຽດນາມ ຢູ່ ອິດສະລາແອັນ (ພາບ: TTXVN) |
ວັນທີ 6 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ຈັດຕັ້ງຄະນະປະຕິບັດງານສຳຫຼວດ ສະພາບການຕົວຈິງ ເພື່ອແນໃສ່ຮັບປະກັນໃຫ້ແກ່ວຽກງານອົບພະຍົບພົນລະເມືອງ ຫວຽດນາມ ອອກຈາກບໍລິເວນ ທີ່ມີກໍລະນີການປະທະກັນແຜ່ລາມອອກສູ່ວົງກ້ວາງ.
ກຸ່ມສຳຫຼວດກວດກາ ໄດ້ຊອກຫາບັນດາເສັ້ນທາງເຄື່ອນຍ້າຍ, ວິທີການຈ້າງລົດ ຫຼື ລະດົມພາຫະນະ, ສະຖານທີ່ພັກອາໄສ, ປະຕິບັດລະບຽບການເຂົ້າອອກເມືອງທີ່ກ່ຽວຂ້ອງ… ເພື່ອຮັບໃຊ້ການໜູນຊ່ວຍໃຫ້ແກ່ພົນລະເມືອງ ຫວຽດນາມ ສາມາດເດີນທາງດ້ວຍທາງບົກໄປຍັງດ່ານຊາຍແດນຕິດກັບ ຈໍແດນ. ຈາກນັ້ນ, ພໍ່ແມ່ປະຊາຊົນ ອາດຈະ ສືບຕໍ່ບັນດາການເດີນທາງທີ່ເໝາະສົມເພື່ອກັບເມືອ ຫວຽດນາມ ຫຼື ໄປຍັງປະເທດທີ 3. ນີ້ແມ່ນໜຶ່ງໃນຫຼາຍວິທີການທີ່ໄດ້ວາງອອກໃນກໍລະນີການປະທະກັນມີຄວາມເຄັ່ງຕຶງກ່ວາອີກ.
ຕາມ ທ່ານລີດຶກຈຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ແລ້ວ, ປັດຈຸບັນ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິດສະລາແອັນ ຍັງປອດໄພຢູ່. ທາງສະຖານທູດ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ.