ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ​ສ: Hezbollah ບຸກ​ໂຈມ​ຕີ​ຜືນ​ແຜ່ນ​ດິນ​ຂອງ ອິ​ດ​ສະ​ລາ​ແອັນ ດ້ວຍ​ລູກ​ຈະຫຼວດ

(VOVWORLD) -  Hezbollah ກ່າວປະນາມ ອິດສະລາແອັນ ຢູ່ເບື້ອງຫຼັງເຫດລະເບີດເຄື່ອງສົ່ງຂໍ້ຄວາມ, ພ້ອມທັງ ຖະແຫຼງໄດ້ບຸກໂຈມຕີດ້ວຍລູກຈະຫຼວດ ເຂົ້າບັນດາຖານທີ່ໝັ້ນຂອງ ອິດສະລາແອັນ ຢູ່ເຂດຊາຍແດນຕິດກັບ ລີບັງ. 
ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ​ສ:  Hezbollah ບຸກ​ໂຈມ​ຕີ​ຜືນ​ແຜ່ນ​ດິນ​ຂອງ ອິ​ດ​ສະ​ລາ​ແອັນ ດ້ວຍ​ລູກ​ຈະຫຼວດ - ảnh 1ພາບປະກອບ:  THX/TTXVN

ວັນທີ 18 ກັນຍາ, ບັນດາແຫຼ່ງຂ່າວຄວາມໝັ້ນຄົງ ແລະ ພະຍານຫຼັກຖານຫ ໃຫ້ຮູ້ວ່າ ບັນດາເຄື່ອງໂຟນີ້, ໂດຍກຸ່ມປະກອບອາວຸດ Hezbollah ຂອງລີບັງ ນຳໃຊ້ ໄດ້ລະເບີດໃນທົ່ວເຂດພາກໃຕ້ຂອງປະເທດນີ້ ແລະ ເຂດຊານເມືອງທາງທິດໃຕ້ນະຄອນຫຼວງ Beirut ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 12 ຄົນ ແລະ ຜູ້ຖືກບາດເຈັບກ່ວາ 2.700 ຄົນ. Hezbollah ກ່າວປະນາມ ອິດສະລາແອັນ ຢູ່ເບື້ອງຫຼັງເຫດລະເບີດເຄື່ອງສົ່ງຂໍ້ຄວາມ, ພ້ອມທັງ ຖະແຫຼງໄດ້ບຸກໂຈມຕີດ້ວຍລູກຈະຫຼວດ ເຂົ້າບັນດາຖານທີ່ໝັ້ນຂອງ ອິດສະລາແອັນ ຢູ່ເຂດຊາຍແດນຕິດກັບ ລີບັງ. 

ແລະກໍ່ໃນວັນດຽວກັນ, ບໍລິສັດ Gold Apollo ຢູ່ໄຕ້ຫວັນ (ຈີນ) ແລະ ຄູ່ຮ່ວມມື BAC Consulting KFT ຂອງ ຮຸງກາຣີ ໄດ້ຖະແຫຼງບໍ່ໄດ້ຜະລິດເຄື່ອງສົ່ງຂໍ້ຄວາມທີ່ລະເບີດຢູ່ລີບັງ. ໃນຂະນະນັ້ນ, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກໍ່ປະຕິເສດບັນດາບົດລາຍງານກ່ຽວກັບເລື່ອງປະເທດນີ້ໄດ້ຮັບຂໍ້ມູນໃດໜຶ່ງລ່ວງໜ້າ ກ່ຽວກັບເຫດບຸກໂຈມຕີຢູ່ ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ