ການ​ປະ​ທ​ະ​ກັນ ຮາ​ມາດ - ອິດ​ສະ​ຣາ​ແອັນ: ກອງ​ທັບ ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກໂຈມ​ຕີ​ທົ່ວ​ເຂດ ກາ​ຊາ

(VOVWORLD) -    ວັນທີ 24 ກໍລະກົດ, ບັນດາກຳລັງຂອງ ອິດສະຣາແອັນ ໄດ້ດຳເນີນບັນດາບັ້ນເຄື່ອນໄຫວດ້ານການທະຫານຄັ້ງໃໝ່ຢູ່ທົ່ວເຂດ ກາຊາ. 
ການ​ປະ​ທ​ະ​ກັນ ຮາ​ມາດ - ອິດ​ສະ​ຣາ​ແອັນ: ກອງ​ທັບ ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກໂຈມ​ຕີ​ທົ່ວ​ເຂດ ກາ​ຊາ - ảnh 1ນະຄອນ Khan Younis ຖືກບຸກໂຈມຕີ ໃນວັນທີ 22/7 (ພາບ: AP)

 ຕາມປະຊາຊົນທ້ອງຖິ່ນແລ້ວ, ບັ້ນບຸກໂຈມຕີຄັ້ງຫຼ້າສຸດນີ້ ໄດ້ມ້າງທຳລາຍເຮືອນຢູ່ຂອງປະຊາຊົນເປັນຈຳນວນຫຼາຍຢູ່ເທດສະບານເມືອງທາງທິດຕາເວັນອອກ ນະຄອນ Khan Younis, ທາງພາກໃຕ້ ເຂດ ກາຊາ. ສາມັນຊົນນັບພັນຄົນຕ້ອງປະລະເຮືອນຊານ, ອົບພະຍົບໄປຍັງທາງທິດຕາເວັນຕົກນະຄອນ ເພື່ອຫຼົບໄພ. ຕາມວົງການເຈົ້າໜ້າທີ່ດ້ານສາທາລະນະສຸກຂອງ ກາຊາ ແລ້ວ, ພາຍໃນ 24 ຊົ່ວໂມງຜ່ານມາ,  ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 55 ຄົນ. ນອກຈາກນັ້ນ, ກຳລັງ ອິດສະຣາແອັນ ກໍບຸກໂຈມຕີບາງເຂດຢູ່ທາງທິດເໜືອ ແລະ ພາກກາງເຂດ ກາຊາ, ເຮັດໃຫ້ຊາວ ປາແລັດສະຕິນ ຈຳນວນໜຶ່ງ ເສຍຊີວິດ ແລະ ບາດເຈັບ. ສ່ວນກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ການເຄື່ອນໄຫວຂອງເຂົາເຈົ້າ ແມ່ນເພື່ອແນໃສ່ບັນດາເຂດທີ່ໄດ້ຮັບຖືວ່າ ເປັນບ່ອນເຊິ່ງສະມາຊິກຂະບວນ ອິດສະຮາມ ຮາມາດ ນຳໃຊ້ເພື່ອຍິງ rocket ເລັ່ງໃສ່ ອິດສະຣາແອັນ.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ