ການປະທະກັນ ຮາມາດ - ອິດສະຣາແອນ: ມີຫລາຍກວ່າ 70 ຄົນຖືກເສຍຊີວິດໃນເຫດບຸກໂຈມຕີທາງອາກາດຢູ່ ທາງທິດໃຕ້ເຂດ ກາຊາ

(VOVWORLD) -ອິດສະຣາແອນ ຖະແຫລງວ່າ: Al-Mawasi ແມ່ນເຂດ ປອດໄພ ພາຍຫລັງຮຽກຮ້ອງປະຊາຊົນຍົກຍ້າຍອອກຈາກບັນດາເຂດອື່ນຢູ່ ເຂດ ກາຊາ. 

 

ການປະທະກັນ ຮາມາດ - ອິດສະຣາແອນ: ມີຫລາຍກວ່າ 70 ຄົນຖືກເສຍຊີວິດໃນເຫດບຸກໂຈມຕີທາງອາກາດຢູ່ ທາງທິດໃຕ້ເຂດ ກາຊາ - ảnh 1ການບຸກໂຈມຕີຂອງ ອິດສະຣາແອນ ລົງໃສ່ເຂດ ກາຊາ. ພາບ: THX/TTXVN

ວັນທີ 13 ກໍລະກົດ, ອົງການສາທາລະນະສຸກ ຢູ່ ເຂດ ກາຊາ ໃຫ້ຮູ້ວ່າ: ມີຢ່າງຫນ້ອຍສຸດ 70 ຄົນຖືກເສຍຊີວິດ ແລະ ອີກ 289 ຄົນໄດ້ຮັບບາດເຈັບໃນເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ໃສ່ເຂດ Al-Mawasi ທີ່ສະຫງວນໃຫ້ຊາວລີ້ໄພ ມໍ່ກັບນະຄອນ Khan Younis ທາງທິດໃຕ້ເຂດ ກາຊາ. ຄຳຖະແຫລງຂອງຫ້ອງການສື່ສານ ໂດຍ ຮາມາດ ບໍລິຫານ ໄດ້ຊີ້ແຈ້ງວ່າ ກອງທັບ ອິດສະຣາແອນ ໄດ້ດຳເນີນ “ການເຂັ່ນຂ້າລະດັບໃຫຍ່” ດ້ວຍວິທີແມ່ນຖິ້ມລະເບີດລົງໃສ່ເຂດຂອງຊາວລີ້ໄພຢູ່ Khan Younis.

ອິດສະຣາແອນ ຖະແຫລງວ່າ: Al-Mawasi ແມ່ນເຂດ ປອດໄພ ພາຍຫລັງຮຽກຮ້ອງປະຊາຊົນຍົກຍ້າຍອອກຈາກບັນດາເຂດອື່ນຢູ່ ເຂດ ກາຊາ. ກອງທັບ ອິດສະຣາແອນ ໃຫ້ຮູ້ວ່າ ພວມພິຈາລະນາຂ່າວຄາວກ່ຽວຂ້ອງເຖິງເຫດບຸກໂຈມຕີທາງອາກາດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ Yoav Gallant ພວມດຳເນີນການປຶກສາຫາລືພິເສດກ່ຽວກັບການຜັນແປຢູ່ ເຂດ ກາຊາ.

ໃນຂະນະນັ້ນ ວິທະຍຸກະຈາຍສຽງກອງທັບ ອິດສະຣາແອນ ໄດ້ລົງຂ່າວວ່າ ປະເທດນີ້ ໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ສູນບັນຊາການທະຫານຂອງ ຮາມາດ Mohammed Deif ຢູ່ ເຂດ ກາຊາ. ປະຈຸບັນ ຍັງບໍ່ທັນຮູ້ໄດ້ວ່າ ການບຸກໂຈມຕີທາງອາກາດນີ້ ໄດ້ສົ່ງຜົນສະທ້ອນເຖິງການເຈລະຈາກ່ຽວກັບຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອນ ແລະ ຮາມາດ ພວມດຳເນີນໄປຢູ່ ໂດຮາ ແລະ ກາຍໂຣ ຫລືບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ