ການປະທະກັນ ຮາມາດ - ອິດສະລາແອັນ: ອິດສະລາແອັນ ແລະ ຮາມາດ ດຳເນີນການແລກປ່ຽນນັກໂທດ ຄັ້ງທີ 6, ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງຢຸດຍິງ
(VOVWORLD) - ການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງທີ 6 ລະຫວ່າງອິດສະລາແອັນ ແລະ ຮາມາດໄດ້ດຳເນີນໃນໄລຍະພຽງເວລາ 2 – 3 ຊົ່ວໂມງກ່ອນເວລາຄຳສັ່ງຢຸດຍິງໝົດຜົນສັກສິດໃນຕອນເຊົ້າວັນທີ 30 ພະຈິກ.
ພາບປະກອບ: AP |
ຕອນຄ່ຳວັນທີ 29 ພະຈິກ, ອຳນາດການປົກຄອງ ອິດສະລາແອັນ ແລະ ກຳລັງ ຮາມາດ ໄດ້ດຳເນີນການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງທີ 6 ໃນ ໄລຍະ 6 ວັນຢຸດຍິງຄັ້ງທຳອິດຢູ່ເຂດ ກາຢາ ນັບແຕ່ເວລາເກີດການປະທະກັນ ໃນວັນທີ 7 ຕຸລາ. ຕາມນັ້ນແລ້ວ, ຮາມາດໄດ້ປ່ອຍ ຕົວປະກັນ 16 ຄົນ ໃຫ້ເປັນອິດສະຫຼະໃນນັ້ນມີ ຊາວອິດສະລາແອັນ 10 ຄົນ, ຊາວລັດເຊຍ 2 ຄົນ ແລະ ຊາວໄທ 4 ຄົນ. ຕາມສື່ມວນຊົນໃນພາກພື້ນແລ້ວ, ທັນທີ ທີ່ການກະທຳປ່ອຍອິດສະຫຼະໃຫ້ແກ່ຕົວປະກັນຂອງ ຮາມາດໄດ້ຮັບການຢັ້ງຢືນ, ເຈົ້າໜ້າທີ່ ອິດສະລາແອັນ ໄດ້ເລີ່ມຕົ້ນປະຕິບັດລະບຽບການປ່ອຍຕົວ ນັກໂທດ ປາແລັດສະຕິນ 30 ຄົນ.
ການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງທີ 6 ລະຫວ່າງອິດສະລາແອັນ ແລະ ຮາມາດໄດ້ດຳເນີນໃນໄລຍະພຽງເວລາ 2 – 3 ຊົ່ວໂມງກ່ອນເວລາຄຳສັ່ງຢຸດຍິງໝົດຜົນສັກສິດໃນຕອນເຊົ້າວັນທີ 30 ພະຈິກ. ຈົນຮອດຕອນຄ່ຳວັນທີ 29 ພະຈິກ, ບັນດາການເຈລະຈາເພື່ອແນໃສ່ຕໍ່ເວລາກຳນົດຄຳສັ່ງຢຸດຍິງ ຍັງໄດ້ຊຸກຍູ້ຢ່າງຕັ້ງໜ້າຈາກວົງການເຈົ້າໜ້າທີ່ກາຕາ ແລະ ເອຢິບ ແຕ່ຍັງບໍ່ທັນນຳມາເຊິ່ງໝາກຜົນໃດ.