ການ​ປ​ະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລ​າ​ແອັນ: ສ​ປ​ຊ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ຜົນ​ກະ​ທົບຕໍ່​ເດັກ​ນ້ອຍ​ທີ່​ຮ້າຍ​ແຮງ

(VOVWORLD) - ວັນທີ 19 ກັນຍາ, ຄະນະກຳມະການສິດທິເດັກຂອງ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຜົນກະທົບຕໍ່ເດັກນ້ອຍທີ່ຮ້າຍແຮງເຊິ່ງການເຄື່ອນໄຫວທາງການທະຫານຂອງ ອິດສະລາແອັນ ຢູ່ເຂດກາຊາ ກໍ່ຂຶ້ນ.  
ການ​ປ​ະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລ​າ​ແອັນ: ສ​ປ​ຊ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ຜົນ​ກະ​ທົບຕໍ່​ເດັກ​ນ້ອຍ​ທີ່​ຮ້າຍ​ແຮງ - ảnh 1ເດັກນ້ອຍ ຢູ່ເຂດ Rafah, ເຂດກາຊາ (ພາບປະກອບ: AFP/TTXVN)

ຕາມອົງການການແພດຢູ່ ເຂດຊາກາແລ້ວ, ໃນຈຳນວນຜູ້ເສຍຊີວິດ 41.000 ຄົນຢູ່ເຂດດິນແດນແຄມທະເລ ເມດີເຕີເຣນຽນ ນັບແຕ່ເວລາເກີດການປະທະກັນ ລະຫວ່າງ ອິດສະລາແອັນ ແລະ ຂະບວນການອິດສະລາມ ຮາມາດສ ເມື່ອເດືອນຕຸລາ ປີ 2023, ມີຜູ້ປະສົບເຄາຮ້າຍແມ່ນເດັກນ້ອຍ ຢ່າງໜ້ອຍສຸດ 11.355 ຄົນ. ໂດຍຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Bragi Gudbrandsson, ຮອງປະທານຄະນະກຳມະການ ຖືວ່າ ຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ ອິດສະລາແອັນ ໄປຝືນກັບ ສົນທິສັນຍາ ສປຊ ກ່ຽວກັບສິດທິເດັກໃນປີ 1989, ເຊິ່ງອິດສະລາແອັນໃຫ້ສັດຕະຍາບັນໃນປີ 1991.

ກ່ອນໜ້ານັ້ນ, ໃນວາລະອະພິປາຍທີ່ໄດ້ດຳເນີນໃນລະຫວ່າງວັນທີ 3 – 4 ກັນຍາ, ຢູ່ເຊີແນວ (ປະເທດສະວິດ), ຄະນະກຳມະການສິດທິເດັກ ຂອງສປຊ ໄດ້ຮຽກຮ້ອງ ອິດສະລາແອັນສະໜອງການໜູນຊ່ວຍຢ່າງຮີບດ່ວນໃຫ້ແກ່ເດັກນ້ອຍນັບແສນຄົນ ທີ່ພວມຖືກບາດເຈັບ ແລະ ພິການ ຍ້ອນການປະທະກັນ, ກໍ່ຄືໜູນຊ່ວຍເດັກກຳພ້າ ແລະ ອະນຸຍາດໃຫ້ບັນດາອົງການຈັດຕັ້ງສາກົນ ຜັນຂະຫຍາຍການເຄື່ອນໄຫວຍົກຍ້າຍທາງການແພດອອກຈາກເຂດກາຊາຫຼາຍກ່ວາອີກ, ເພື່ອແນໃສ່ມີການປິ່ນປົວ ແລະ ກູ້ເອົາຊີວິດຄົນເຈັບທີ່ມີອາການສຸກເສີນຢ່າງທັນການ, ໃນນັ້ນມີເດັກນ້ອຍເປັນຈຳນວນຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ