ການປະທະກັນຢ່າງຮ້າຍແຮງຢູ່ທາງທິດໃຕ້ຊານກຳແພງນະຄອນຫລວງ Tripoli

(VOVWORLD) -ວັນທີ 20 ເມສາ,   ການປະທະກັນຄັ້ງຕ່າງໆໄດ້ເກີດຂຶ້ນຢູ່ທາງທິດໃຕ້ຊານກຳແພງນະຄອນຫລວງ Tripoli ປະເທດ ລີບີ. 

ພາຍຫລັງປຸກລະດົມການຕໍ່ສູ້ເພື່ອແນໃສ່ຢືດຄອງນະຄອນຫລວງ Tripoli ແລະ ບັນລຸໄດ້ໝາກຜົນໃນເບື້ອງຕົ້ນ, ກຳລັງອ້າງຊື່ເອງແມ່ນກອງທັບແຫ່ງຊາດ ລີບີ  (LNA) ສະຫນັບສະຫນູນອຳນາດການປົກຄອງພາກຕາເວັນອອກ ພວມມີປະກົດການຖືກຕົກສະຫນົມ ແລະ ປະຈຸບັນບໍ່ສາມາດທຳລາຍຂະຫນານຈັ້ງທ່າຂອງບັນດາກຳລັງສະຫນັບສະຫນູນລັດຖະບານ GNA ທີ່ໄດ້ຮັບການຮັບຮອງຈາກ ສະຫະປະຊາຊາດ. ຊ່້ຳບໍ່ໜຳ ບັນດາກຳລັງຈົ່ງຮັກພັກດີຕໍ່ກັບ GNA ໄດ້ດຳເນີນການຕ່າວໂຈມຕີຕ້ານຄືນກຳລັງພາກຕາເວັນອອກຢູ່ ເຂດທາງທິດໃຕ້ນະຄອນຫລວງ Tripoli.

ການປະທະກັນຄັ້ງຫລ້າສຸດນີ້ໄດ້ເກີດຂຶ້ນ ພາຍຫລັງ ທຳນຽບຂາວ ຢັ້ງຢືນວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບນາຍພົນ Khalifa Hafta ຊື່ງແມ່ນຜູ້ບັນຊາການກຳລັງ LNA.

ຕອບກັບ

ຂ່າວ/ບົດ​ອື່ນ