ການປະທະກັນຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ

(VOVWORLD) - ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໃຫ້ຮູ້ວ່າ: ບັນດາການບຸກໂຈມຕີ ໄດ້ມ້າງເພທຳລາຍຫຼາຍເປົ້າໝາຍ ແລະ ເຮັດໃຫ້ຜູ້ບັນຊາການຂັ້ນສູງຂອງຂະບວນການອິດສະລາມ ຮາມາດ ຫຼາຍຄົນຖືກບາດເຈັບ
ການປະທະກັນຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ - ảnh 1  ການປະທະກັນຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ (ພາບ:AFP/TTXVN)

ວັນທີ 27 ຕຸລາ, ກອງທັບ ອິດສະຣາແອນ ສືບຕໍ່ຍູ້ແຮງບັ້ນຮົບບຸກໂຈມຕີທັງກຳລັງ ກອງທັບອາກາດ, ກອງທັບເຮືອ ແລະ ທະຫານປືນໃຫຍ່ ແນ່ໃສ່ ເປົ້າໝາຍຕ່າງໆໃນເຂດ ກາຊາ. ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໃຫ້ຮູ້ວ່າ: ບັນດາການບຸກໂຈມຕີ ໄດ້ມ້າງເພທຳລາຍຫຼາຍເປົ້າໝາຍ ແລະ ເຮັດໃຫ້ຜູ້ບັນຊາການຂັ້ນສູງຂອງຂະບວນການອິດສະລາມ ຮາມາດ ຫຼາຍຄົນຖືກບາດເຈັບ. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວພາກພື້ນໄດ້ຕີລາຄາວ່າ ການຍິງທຳລາຍໃນວັນທີ 27 ຕຸລາ ແມ່ນນອງເລືອດທີ່ສຸດນັບແຕ່ເວລາທີ່ກຳລັງ IDF ດຳເນີນບັ້ນຮົບ “ດາບເຫຼັກ” ຢູ່ເຂດ ກາຊາ ໃນວັນທີ 7 ຕຸລາ.

        ແລະ ກໍ່ໃນວັນທີ 27 ຕຸລາ, ອຳນາດການປົກຄອງ ອິດສະຣາແອນ ໄດ້ຕັດເຄືອຂ່າຍອິນເຕີເນັດທັງໝົດ ຢູ່ເຂດ ກາຊາ. ຂ່າວນີ້ໄດ້ຮັບການຢັ້ງຢືນຈາກສື່ມວນຊົນໃນພາກພື້ນ ແລະ ຫຼາຍອົງການສາກົນ ຢູ່ເຂດ ກາຊາ. ຕອນບ່າຍວັນທີ 27 ຕຸລາ, ໂຄສົກຂອງທະຫານ ອິດສະຣາແອນ, ທ່ານວາທີພົນເຮືອເອກ Daniel Hagari ໄດ້ຖະແຫຼງວ່າ ປະເທດນີ້ຈະເປີດກ້ວາງການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ ໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ