ການປະທະກັນສືບຕໍ່ເກີດຂຶ້ນຢູ່ຊີຣີ

ການປະທະກັນສືບຕໍ່ເກີດຂຶ້ນຢູ່ຊີຣີ - ảnh 1
ພາບປະກອບ
(ຈາກ : AFP/TTXVN)


(vovworld) – ວັນ​ທີ 28/2, ສຳນັກ​ຂ່າວສານ​ແຫ່ງ​ລັດ ຊີຣີ (SANA) ​ໃຫ້​ຮູ້​ວ່າ: ກອງ​ທັບ ຊີຣີ ​ໄດ້​ດັບ​ສູນ 55 ພາກສ່ວນ​ລຸກ​ຮື​ຂຶ້ນ​ທີ່ປະກອບ​ອາວຸດ​ໃນ​ບັນດາ​ບັ້ນ​ຮົບ​ຢູ່​ທົ່ວ​ປະ​ເທດ.

    ກອງທັບ ຊີຣີ ​ໄດ້​ດຳ​ເນີນການ​ບຸກ​ໂຈມ​ຕີ​ຢູ່​ຊານ​ນະ​ຄອນຫຼວງ ດາ​ມາ​ກຸດ. 2, 3 ວັນ​ກ່ອນ​ນັ້ນ, ກອງທັບ​ໄດ້​ດັບ​ສູນ 175 ພາກສ່ວນ​ອື່ນ​ທີ່​ພວ​ມຊອກ​ຫາ​ວິທີ​​ແຊກ​ແຊງ​ເຂົ້າ​ນະຄອນຫຼວງ.

    ​ຄຽງ​ຄູ່​ກັບ​ບັນດາ​ບັ້ນ​ຮົບ​ກວາດ​ລ້າງ​ພາກສ່ວນ​ລຸກ​ຮື​ຂຶ້ນ​ນັ້ນ, ລັດຖະບານ ຊີຣີ ກໍ່ຮຽກຮ້ອງ​ໃຫ້​ບັນດາ​ມື​ປືນ​ຍອມ​ຈຳນົນ​ເພື່ອ​ໄດ້​ຮັບການອະ​​ໄພ​ຍະ​ໂທ​ດ.

    ​ໃນ​ຂະນະ​ນັ້ນ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ສະໜັບສະໜູນ​ລັດຖະບານ ຊີຣີ ​ໄດ້​ກັບ​ຄືນ​ຖະໜົນ, ​ເຊິ່ງຕົ້ນ​ຕໍ່​ແມ່ນ​ຢູ່​ນະຄອນຫຼວງ ດາ​ມາ​ກຸດ ​ແລະ ບັນດາ​ເຂດ​ໂດຍ​ລັດຖະບານ​ຄວບ​ຄຸມ.

    ກໍ່​ໃນ​ວັນ​ທີ 28/2, ສະພາ​ຊົນ​ຊາດ ຊີຣີ (SNC), ​ເຊິ່ງ​ແມ່ນ​ກຸ່ມ​ໃຫຍ່​ທີ່​ສຸດ​ໃນ​ກຸ່ມ​ພັນທະ​ມິດ​ຊົນ​ຊາດ, ​ໄດ້​ປະກາດ​ຈະ​ເຂົ້າ​ຮ່ວມ​ພັນທະ​ມິດ​ຝ່າຍ​ຄ້ານ​ນີ້​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ