ການປ່ຽນແປງຂອງດິນຟ້າອາກາດອາດຈະເຮັດໃຫ້100ລ້ານຄົນຖືກອຶດຫິວທຸກຍາກ

 ການປ່ຽນແປງຂອງດິນຟ້າອາກາດອາດຈະເຮັດໃຫ້100ລ້ານຄົນຖືກອຶດຫິວທຸກຍາກ - ảnh 1
ພາບ​ປະ​ກອບ:internet


(vovworld)-  ​ໃນ​ບົດ​ລາຍ​ງານ​ປະ​ກາດ​ເມື່ອ​ວັນ​ທີ 8/11, ທະ​ນາ​ຄານ​ໂລກ WB ໃຫ້​ຮູ້​ວ່າ: ປະ​ກົດ​ການ​ຫນ່ວຍ​ໂລກ​ອຸ່ນ​ຂຶ້ນ ໄດ້​ເຮັດ​ໃຫ້​ເພີ່ມ​ຄວາມ​ສ່ຽງ​ເກີດ​ພະ​ຍາດ, ລະ​ດູ​ເກັບ​ກ່ຽວບໍ່​ໄດ້​ຮັບ​ຜົນ ແລະ ຈະ​ເຮັດ​ໃຫ້​ປະ​ມານ 100 ລ້ານ​ຄົນ​ຖືກ​ອຶດ​ຫິວ​ທຸກ​ຍາກ. WB ໃຫ້​ຮູ້​ວ່າ: ຖ້າ​ຫາກ​ໂລກ ບໍ່​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ອາຍ​ພິ​ດ​ເຮືອນ​ແກ້ວ​ຢ່າງວ່ອງ​ໄວ ເພື່ອ​ປົກ​ປ້ອງ​ຜູ້​ທຸກ​ຍາກ, ປີ 2030 ຈຳ​ນວນ​ຜູ້​ຖືກ​ອຶດ​ຫິວ​ທຸກ​ຍາກ​ຈະ​ເພີ່ມ​ຂຶ້ນກວ່າ 100 ລ້ານ​ຄົນ. ຕ​າມ WB ແລ້ວ, ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ພວມ​ກີດ​ຂວາງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄວາມ​ອຶ​ດ​ຫິວ​ທຸກ​ຍາກ ແລະ ຜູ້​ທຸກ​ຍາກກວ່າ​ໝູ່​ແມ່ນ​ເປົ້າ​ໝາຍ​ຖືກ​ຜົນ​ສະ​ທ້ອນ​ຫລາຍ​ສຸດ​ຈາກ​ອາ​ກາດ​ຮ້າຍ​ແຮງ.

 

 

 

ຂ່າວ/ບົດ​ອື່ນ