ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງເພື່ອເລີ່ມດຳເນີນອາຊີບໃນຂົງເຂດກະສິກຳປະສົບຜົນສຳເລັດ
ເວທີປາໄສ “ກໍ່ສ້າງລະບົບຊີວະພາບເລີ່ມດຳເນີນອາຊີບ ແລະ
ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງໃນຂົງເຂດກະສິກໍາ
(vovworld) - ຕອນເຊົ້າວັນທີ 27/12, ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ກົມພັດທະນາຕະຫຼາດວິສາຫະກິດ (ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ), ສົມທົບກັບສະຖາບັນກະສິກຳ ຫວຽດນາມ ຈັດຕັ້ງເວທີປາໄສດ້ວຍຫົວຂໍ້ວ່າ: “ກໍ່ສ້າງລະບົບຊີວະພາບເລີ່ມດຳເນີນອາຊີບ ແລະ ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງໃນຂົງເຂດກະສິກໍາ“. ທີ່ເວທີປາໄສ, ບັນດາຜູ້ແທນເນັ້ນໜັກວ່າ, ເພື່ອເລີ່ມດຳເນີນອາຊີບໃນຂົງເຂດກະສິກຳປະສົບຜົນສຳເລັດ, ຄວນເອົາໃຈໃສ່ເປັນພິເສດເຖິງມາດຕະການຈັດຕັ້ງການຜະລິດ. ພ້ອມກັນນັ້ນແມ່ນຕ້ອງມີການປ່ຽນໃໝ່, ມີຫົວຄິດປະດິດສ້າງໃນຂັ້ນຕອນແຫ່ງການຜະລິດ, ປຸງແຕ່ງ; ສະໜອງຜະລິດຕະພັນອອກຕະຫຼາດ; ມີຫົວຄິດປະດິດສ້າງໃນການໝູນໃຊ້ເຕັກໂນໂລຢີ, ເຕັກໂນໂລຢີສູງ. ເພື່ອໃຫ້ຜະລິດຕະພັນມີຕະຫຼາດສະເພາະ, ເປັນປົກກະຕິ. ທ່ານ ຫວູຕ໋ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຖືວ່າ:
“ຄວນສ້າງໃຫ້ບັນດາວິສາຫະກິດເລີ່ມດຳເນີນອາຊີບສາມາດສຳຜັດກັບຕະຫຼາດໄດ້. ຕ້ອງສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ
ສູງໃຫ້ບັນດາວິສາຫະກິດເລີ່ມດຳເນີນອາຊີບ. ຖັດມາແມ່ນຕ້ອງມີລະບົບການເງິນ, ກົນໄກການເງິນເພື່ອມີທຶນໃຫ້ບັນດາວິສາຫະກິດເລີ່ມດຳເນີນອາຊີບ. ຕ້ອງສ້າງເອກະສານນິຕິກຳໃຫ້ແກ່ການເລີ່ມດຳເນີນອາຊີບເພື່ອໃຫ້ວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ“.