ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 05 ມິຖຸນາ, ເປັນມື້ທີ 50 ທີ່ ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.
ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ: REUTERS)

ມີ 188 ກໍລະນີຕິດໂລກລະບາດແມ່ນມາຈາກຕ່າງປະເທດ, ພາຍຫຼັງເຂົ້າມາຫວຽດນາມ ໄດ້ແຍກຕົວໂດຍທັນທີ. ມາຮອດປະຈຸບັນ, ມີ 302/328 ກໍລະນີຕິດໂລກລະບາດໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີກໍລະນີເສຍຊີວິດ.

        ໃນຂະນະນັ້ນ, ໃນໂລກມີ 6.692.653 ກໍລະນີຕິດໂລກລະບາດໂຄວິດ-19, ໃນນັ້ນມີ 392.286 ກໍລະນີເສຍຊີວິດ. ອາເມລິກາ ຍັງແມ່ນປະເທດມີກໍລະນີຕິດໂລກລະບາດຫຼາຍກວ່າໝູ່ໃນໂລກ.

        ສ່ວນຢູ່ອາຟະລິກາ, ກະຊວງສາທາລະນະສຸກອີຢິບ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ກວດພົບ 1.152 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ, ເຊິ່ງໄດ້ຍົກຈຳນວນກໍລະນີຕິດໂລກລະບາດຢູ່ປະເທດນີ້ຂຶ້ນເຖິງ 29.767 ກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ