( vovworld ) – ໃນ 5 ເດືອນຕົ້ນປີ, ດັດຊະນີການຜະລິດອຸດສາຫະກຳຂອງຫວຽດນາມ ເພີ່ມຂຶ້ນ 4,2% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນການປະຊຸມຂ່າວເມື່ອຕອນເຊົ້າວັນທີ 25/5, ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ປະລິມານຜະລິດຕະພັນອຸດສາຫະກຳຈຳນວນ 1 ຄ້າງສາງຍັງຢູ່ໃນລະດັບຫຼາຍຄື: ຊີມັງ, ຍານພາຫະນະ. ແລະ ກໍໃນ 5 ເດືອນຜ່ານມາ, ຍອດມູນຄ່າບັນດາສັນຍາ ODA ຊື່ງຫວຽດນາມ ໄດ້ເຊັນກັບບັນດານັກອຸປະຖຳບັນລຸກ່ວາ 2,1 ຕື້ໂດລາສະຫະລັດ, ໃນຂະນະທີ່ໝາກຜົນປ່ອຍເງິນ ODA ບັນລຸ 530 ລ້ານໂດລາສະຫະລັດ, ເທົ່າກັບ 25% ຂອງແຜນການທັງປີ. ໜ້າສົນໃຈນັ້ນແມ່ນ, ຍອດລາຍຮັບງົບປະມານແຫ່ງລັດໃນ 5 ເດືອນຕົ້ນປີບັນລຸກ່ວາ 219.000 ຕື້ດົ່ງ ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ມີວິສາຫະກິດໄດ້ຮັບການສ້າງຕັ້ງໃຫມ່ປະມານ 30.000 ແຫ່ງ. ທີ່ການປະຊຸມ, ທ່ານ Cao Viet Sinh ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ເບິ່ງລວມແລ້ວ, ມາຮອດປະຈຸບັນ, ສະພາບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າ ແຕ່ຍັງບໍ່ທັນມີຄວາມເປັນປົກກະຕິຢ່າງແທ້ຈິງ. ໃນໄລຍະທີ່ຈະມາເຖິງ, ອົງການມີໜ້າທີ່ຮັບຜິດຊອບ ຕ້ອງເອົາໃຈໃສ່ເຖິງເລື່ອງເພີ່ມຄວາມຕ້ອງການ-ກະຕຸ້ນການໃຊ້ສອຍ ເພື່ອຫລຸດຜ່ອນປະລິມານສິນຄ້າຄ້າງສາງ, ສືບຕໍ່ບໍລິຫານອັດຕາດອກເບ້ຍຢ່າງມີໄຫວພິບ ເພີ່ມຄວາມສາມາດສຳພັດ ແລະ ກູ້ຢືມທຶນຂອງວິສາຫະກິດ.