ການພັດທະນາຢ່າງແຮງຂອງສາສະຫນາພຸດແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງສິດເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ

ການພັດທະນາຢ່າງແຮງຂອງສາສະຫນາພຸດແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງສິດເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມອວຍ​ພອນ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ
ພາບ:TTXVN

 (vovworld)- ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ປີ 2016 ພ​ສ 2560, ຕອນ​ເຊົ້າ​ວັນ​ທີ 17/5, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ  ໄດ້​ລົງ​ຢ້ຽມ​ຢາມອວຍ​ພອນ,ສະ​ພາ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ. ນະ​ທີ່ນີ້ ທ່ານ ຫງວຽນ​ທ້ຽນ​ເຍີນ ໄດ້​ຢືນ​ຢັນ: ໃນ​ຕະ​ຫລອດ​ໄລ​ຍະ​ປະ​ຫວັດ​ສາດ, ສາ​ສະ​ຫນາ​ພຸດ ຍາມ​ໃດ​ກໍ​ພ້ອມ​ກັບ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ສ້າງ​ມູນ​ເຊື້ອ​ຮັກ​ຊາດ​ຂອງ​ຊາດ​ຫວຽດ​ນາມ. ໃນ​ໄລ​ຍະ​ຜ່ານ​ມາ, ມີ ພະ​ມະ​ຫາ​ອາ​ຈານ ໄດ້​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ນຳ​ທັດ​ສະ​ນະ​ຂອງ​ພະ​ສົງ​ສຳ​ມະ​ເນນ​ສາ​ສະ​ນິ​ກະ​ຊົນໃນ​ທົ່ວ​ປະ​ເທດ​​ເຖິງ​ສະ​ພາ​ແຫ່ງ​ຊາດ. ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ສາ​ສະ​ຫນາ​ພຸດ ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ສິດ​ເສ​ລິ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ຂອງ​ຫວຽດ​ນາມ.  ສ່ວນ​ພະ​ມະ​ຫາ​ອາ​ຈານ ທິກ​ແທງ​ຫຍຽວ, ຮອງ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ ຢືນ​ຢັນ: ຍົດ​ຖາ​ບັນ​ດາ​ສັກ ພ້ອມ​ກັບ​ພະ​ສັງ​ສຳ​ມະ​ເນນ ສາ​ສະ​ນິ​ກະ​ຊົນ ຫວຽດ​ນາມ ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຍາມ​ໃດ​ກໍ​ມີ​ຄວາມ​ສາ​ມັກ​ຄີ, ສະ​ຫນິດ​ຕິດ​ພັນ, ສືບ​ຕໍ່​ຮັກ​ສາ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ສ​າ​ສະ​ຫນາ​ພຸດ​ຫວຽດ​ນາມ ໃນ​ໄລ​ຍະ​ໃຫມ່, ເຂົ້າ​ຮ່ວມ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ປະ​ຊາ​ຊົນ​ຮັ່ງ​ມີ ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ.

ຕອບກັບ

ຂ່າວ/ບົດ​ອື່ນ