ການພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມແລະລາວ
(ກອງປະຊຸມສຳມະນາທິດສະດີຄັ້ງທີ 3 ລະຫວ່າງ
ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດລາວ)
(vovworld) - ການພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ຫວຽດນາມແລະລາວ. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາທິດສະດີຄັ້ງທີ 3 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດລາວ, ເຊິ່ງດຳເນີນໃນວັນທີ 14/7 ຢູ່ຮ່າໂນ້ຍ. ລະຫວ່າງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ດິງເທ໋ຮວີນ ເນັ້ນໜັກບົດບາດຂອງພັກກອມມູນິດຫວຽດນາມ ໃນການຊີ້ນຳພັດທະນາເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ. ພ້ອມທັງຊີ້ແຈ້ງວ່າ ພັກກອມມູນິດຫວຽດນາມ ຮັບຮູ້ເນື້ອໃນ, ທາດແທ້ຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ການປ່ຽນໃໝ່ແບບວິທີນຳພາສຳລັບການພັດທະນາພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມນັບມື້ນັບເລິກເຊິ່ງກວ່າ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະເກືອບ 30 ປີ ແຫ່ງການປ່ຽນໃໝ່, ສອງພັກ, ສອງລັດ ສາມາດບັນລຸໄດ້ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍສຳຄັນທີ່ສຸດໃນການພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. ບັນດາບົດປະກອບຄວາມເຫັນກໍ່ຊີ້ອອກບັນດາບັນຫາກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງ ທີ່ຈຳເປັນຕ້ອງເຮັດແຈ້ງ, ເຊັ່ນ: ທາດແທ້, ເນື້ອໃນ ແລະ ຈຸດພິເສດສະເພາະຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢູ່ແຕລະປະເທດ, ສາຍພົວພັນລະຫວ່າງລັດ ແລະ ຕະຫຼາດ, ລະຫວ່າງຕະຫຼາດ ແລະ ສັງຄົມ; ບັນດາການກະທົບຂອງເສດຖະກິດການຕະຫຼາດສຳລັບວຽກງານກໍ່ສ້າງພັກ, ການພັດທະນາວັດທະນະທຳ, ຮັບປະກັນຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ, ຮັບປະກັນກຳນົດທິດສັງຄົມໃນການພັດທະນາເສດຖະກິດການຕະຫຼາດ.