ການ​ພົບ​ປະ​ຄັ້ງສຸດຍອດ ອາ​ເມ​ລິ​ກາ - ຍີ່​ປຸ່ນ ອາດ​ຈະ​ດຳ​ເນີນ​ຍາມ​ຕົ້ນ​ເດືອນ​ເມ​ສາ 2021

(VOVWORLD) - ໃນວັນທີ 12 ມີນາ, ທ່ານ ຫົວໜ້າຫ້ອງການຄະນະລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga ຈະເດີນທາງໄປປະຕິບັດງານຢູ່ຕ່າງປະເທດໃນຕົ້ນເດືອນເມສາປີນີ້.

ວັນທີ 14 ມີນາ, ໜັງສືພິມ Yomiuri ຂອງບີ່ປຸ່ນ ໄດ້ລົງຂ່າວວ່າ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ອາດຈະພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden ໃນວັນທີ 9 ເມສາຈະມາເຖິງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ Suga Yoshihide ຈະແມ່ນການນຳຕ່າງປະເທດທຳອິດ ມີການພົບປະກັບທ່ານ ປະທານາທິບໍດີອາເມລິກາ ຢູ່ທຳນຽບຂ່າວ. ແຫຼ່ງຂ່າວໃຫ້ຮູ້ວ່າ, ການນຳສອງຝ່າຍຄາດວ່າຈະເຫັນດີເປັນເອກະພາບປັບປຸງສຳພັນທະມິດສອງຝ່າຍ ແລະ ໃຫ້ຄຳໝັ້ນສັນຍາຈະຮັກສາຄວາມເສລີທາງທະເລ ຢູ່ພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ.

ກ່ອນໜ້ານັ້ນ, ໃນວັນທີ 12 ມີນາ, ທ່ານ ຫົວໜ້າຫ້ອງການຄະນະລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga ຈະເດີນທາງໄປປະຕິບັດງານຢູ່ຕ່າງປະເທດໃນຕົ້ນເດືອນເມສາປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ