ການພົບປະປີ 2017ເພື່ອການຮ່ວມມື ແລະ ພັດທະນາ

(VOVWORLD) -“ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ ” ນີ້ແມ່ນຫົວຂໍ້ຂອງເຫດການ ພົບປະປີ 2017ເພື່ອການຮ່ວມມື ແລະ ພັດທະນາໂດຍສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມຈັດຕັ້ງໃນຕອນບ່າຍວັນທີ 9 ທັນວາຢູ່ຮ່າໂນ້ຍ
ການພົບປະປີ 2017ເພື່ອການຮ່ວມມື ແລະ ພັດທະນາ - ảnh 1ການພົບປະປີ 2017ເພື່ອການຮ່ວມມື ແລະ ພັດທະນາ 

ນີ້ແມ່ນເຫດການຖືກຈັດຂຶ້ນປະຈຳປີ ນັບແຕ່ປີ 2015 ເປັນຕົ້ນມາຊຶ່ງ ສະຫງວນໃຫ້ແກ່ບັນດາອົງການວິທະຍາສາດ ແລະ ເຕັກໂນໂລຢີທີ່ຂຶ້ນກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມໃນຂົງເຂດຮ່ວມມືສາກົນ ແລະ ພັດທະນາແບບຍືນຍົງ. ຕາມທ່ານ ງຽມວູ້ຂາຍ ຮອງປະທານສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມແລ້ວ, ພາຍຫຼັງທີ່ຫວຽດນາມຫຼຸດພົ້ນອອກຈາກສະພາບປະເທດພວມພັດທະນາມີລາຍຮັບຕ່ຳ, ບັນດາແຫຼ່ງທຶນອຸປະຖຳສາກົນ ກໍຄ່ອຍຫຼຸດຜ່ອນລົງ. ໃນສະພາບການໃຫມ່, ພ້ອມກັບການຊຸກຍູ້ການປັບຍປຸງການພົວພັນກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ, ບັນດາຫົວໜ່ວຍທີ່ຂຶ້ນກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຄວນສ້າງຮູບແບບໃໝ່ໃນການຂົນຂວາຍທຶນອຸປະຖຳ. ທ່ານ ງຽມວູ້ຂາຍ ເນັ້ນໜັກວ່າ :     “ ເຮັດແນວໃດເພື່ອປຸກລະດົມການປະກອບສ່ວນໃນລະດັບສູງສຸດ, ພ້ອມທັງຍູ້ແຮງການຮ່ວມສຳພັນ ແລະ ການຮ່ວມມື, ເຊື່ອມຕໍ່ກັນລະຫວ່າງບັນດາຫົວໜ່ວຍທີ່ຂຶ້ນກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ແລະ ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ເປັນຕົ້ນແມ່ນບັນດາກະຊວງ, ຂະແໜງການ, ອົງການຢູ່ທ້ອງຖິ່ນລະດົມແຫຼ່ງກຳລັງ ”

ຕອບກັບ

ຂ່າວ/ບົດ​ອື່ນ