ການພົບປະມິດຕະພາບສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ-ສປປ.ເກົາຫຼີ
ທ່ານເອກອັກຄະລັດຖະທູດສປປ.ເກົາຫຼີ ປະຈຳຫວຽດນາມ Kim Chan Il
(ພາບ: dangcongsan.vn)
(vovworld) – ຖືມູນເຊື້ອມິດຕະພາບ ແລະ ພັດທະນາການພົວພັນຮ່ວມມືກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ແມ່ນຫຼັກໝັ້ນທີ່ເຂັ້ມແຂງຂອງພັກ, ລັດຖະບານ ແລະ ປະຊາຊົນສປປ.ເກົາຫຼີ. ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດສປປ.ເກົາຫຼີ ປະຈຳຫວຽດນາມ Kim Chan Il ທີ່ການພົບປະມິດຕະພາບສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພົນລະຫວ່າງຫວຽດນາມ-ສປປ.ເກົາຫຼີ (31/01/1950 – 31/01/2015), ເຊິ່ງດຳເນີນໃນຕອນເຊົ້າວັນທີ 27/01, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ Kim Chan Il ຢືນຢັນວ່າ.
“2 ປະເທດພວກເຮົານັບມື້ນັບໄດ້ຮັບການປັບປຸງທາງດ້ານການເມືອງ, ຜ່ານບັນດາການຢ້ຽມຢຽມຂັ້ນສູງ ແລະ ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງ, ເປີດກວ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂະແໜງເສດຖະກິດ ແລະ ວັດທະນະທຳ, ລົງນາມສັນຍາແລະ ຂໍ້ຕົກລົງຫຼາຍສະບັບ ເພື່ອປັບປຸງການພົວພັນ 2 ຝ່າຍ. ພິເສດບົນເວທີສາກົນ, ເຊິ່ງ 2 ປະເທດໄດ້ມີບັນດາຄວາມມານະພະຍາຍາມລວມເພື່ອສັນຕິພາບ, ຄວາມສະຫງົບ, ຄວາມເປັນທຳຂອງພາກພື້ນ ແລະ ຢູ່ໃນໂລກ ກໍ່ຄືຜັນຂະຫຍາຍບັນດາການເຄື່ອນໄຫວສະໜັບສະໜູນ ແລະ ສາມັກຄີເຊິ່ງກັນ ແລະ ກັນຢ່າງຕັ້ງໜ້າ”.