ພິທີສະເຫຼີມສະຫຼອງວັນຊາດ ຣູມານີ ຄົບຮອບ 98 ປີ
(ພາບ: TTXVN)
(vovworld) - ວັນທີ 27/11 ຢູ່ຮ່າໂນ້ຍ ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຣູມານີ ຄົບຮອບ 98 ປີ (01/12/1918 – 01/12/2016) ແລະ ສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ຣູມານີ (09/11/1991 – 09/11/2016) ກ່າວຄຳເຫັນທີ່ພິທີ ທ່ານເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ Valerriu Arteni ໄດ້ສະແດງຄວາມຫວັງວ່າ ບົນພື້ນຖານສາຍພົວພັນມິດຕະຖພາບທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ, ໃນໄລຍະທີ່ຈະມາເຖິງ ນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງ ຣູມານີ - ຫວຽດນາມ ນັບມື້ນັບພັດທະນາແບບຍືນຍົງ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແມ່ນຂົວເຊື່ອມຕໍ່ໃຫ້ແກ່ວິສາຫະກິດ 2 ປະເທດ ໄດ້ພົບປະແລກປ່ຽນ, ເພີ່ມທະວີການຮ່ວມມື ດຳເນີນທຸລະກິດ, ການລົງທຶນຈັດຕັ້ງບັນດາການເຄືື່ອນໄຫວພົວພັນຕ່າງປະເທດລະຫວ່າງປະຊາຊົນຂອງ 2 ປະເທດ.