ການພົບປະວິສາຫະກິດກະສິກຳ ຫວຽດນາມ-ອາເມລິກາ
(VOVWORLD) - ທີ່ການພົບປະ, ບັນດາຝ່າຍໄດ້ເຊັນຂໍ້ຕົກລົງການຮ່ວມມື 4 ສະບັບ.
(ພາບ: VOV) |
ເນື່ອງໃນໂອກາດການໄປຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ວັນທີ 13 ພຶດສະພາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມື ຈັດການພົບປະເຊື່ອມຕໍ່ວິສາຫະກິດກະສິກຳ ຫວຽດນາມ-ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ. ນະທີ່ນີ້, ທ່ານ ເລມິນຮວານ, ລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:
ຜ່ານເວທີປາໄສຄັ້ງນີ້, ບັນດາວິສາຫະກິດຫວຽດນາມ ຈະເຂົ້າໃຈກ່ຽວກັບຄຳຮຽກຮ້ອງ, ມາດຖານຂອງຕະຫຼາດອາເມລິກາ ກ່ວາອີກ. ເຖິງວ່າ ໃນຊຸມປີຜ່ານມາ, ອາເມລິກາ ແມ່ນຕະຫຼາດນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ ຫຼາຍອັນດັບໜຶ່ງ ແຕ່ຍັງມີຄວາມສາມາດບົ່ມຊ້ອນເພື່ອພັດທະນາກ່ວາອີກ.
ທີ່ການພົບປະ, ບັນດາຝ່າຍໄດ້ເຊັນຂໍ້ຕົກລົງການຮ່ວມມື 4 ສະບັບ, ລວມມີ: ຂໍ້ຕົກລົງການຮ່ວມມື (MOU) ລະຫວ່າງຄູ່ຮ່ວມມືພັດທະນາກະສິກຳແບບຍືນຍົງ ກັບ Pepsico ແລະ Care International ກ່ຽວກັບການເພີ່ມທະວີການຮ່ວມມືຜະລິດທັນຍາຫານຢູ່ຫວຽດນາມ; MOU ລະຫວ່າງແຂວງບັກຢາງ ແລະ ກຸ່ມບໍລິສັດ ERG ກ່ຽວກັບການຊຸກຍູ້ການຄ້າບັນດາຜະລິດຕະພັນກະເສດທ້ອງຖິ່ນ; MOU ລະຫວ່າງບໍລິສັດຫຸ້ນສ່ວນຜະລິດເຄື່ອງເຟີນີເຈີ ໂມກທິ້ງຟາດ ແລະ ບໍລິສັດ Grasslands Farms ກ່ຽວກັບການຊຸກຍູ້ການຄ້າຜະລິດຕະພັນກະເສດ ແລະ MOU ລະຫວ່າງບໍລິສັດສົ່ງອອກນຳເຂົ້າສາກົນ Nevist ຫວຽດນາມ ແລະ AGP ກ່ຽວກັບການສົ່ງເສີມການຄ້າ ແລະການລົງທຶນໃນຂົງເຂດກະສິກຳ.