ການພົບປະສັງສັນກຸ່ມສະມາຊິກລັດຖະສະພາ ເອີລົບ ມີຄວາມຮັກຕໍ່ ຫວຽດນາມ ຢູ່ແບນຊິກ

ການພົບປະສັງສັນກຸ່ມສະມາຊິກລັດຖະສະພາ ເອີລົບ ມີຄວາມຮັກຕໍ່ ຫວຽດນາມ ຢູ່ແບນຊິກ - ảnh 1
ບັນດາ​ຜູ້​ແທນ​ກຸ່ມ​ສະມາຊິກ​ລັດຖະສະພາ
​ມິດຕະພາບ ​ເອີ​ລົບ ທີ່​ມີ​ຄວາມຮັກຕໍ່ ຫວຽດນາມ​
(ພາບ: TTXVN)

(vovworld) - ວັນທີ 01/03 ຢູ່​ບຣຸກ​ແຊນ, ສະຖານ​ທູດ ຫວຽດນາມ ປະຈຳ​ລາຊະ​ອານາຈັກ ​ແບນ​ຊິກ ​ໄດ​້ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນສະໜິດສະໜົມລະຫວ່າງ​ບັນດາ​ຜູ້​ແທນ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ​ເອີ​ລົບ ທີ່​ມີ​ຄວາມຮັກຕໍ່ ຫວຽດນາມ​ ຢູ່​ລັດຖະສະພາ ​ເອີ​ລົບ (EP). ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້​ກຸ່ມ​ສະມາຊິກ​ລັດຖະສະພາ​ສະຫລຸບ​ຄືນ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ປີຜ່ານມາ ​ແລະ ມຸ່ງ​ໄປ​ເຖິງ​ບັນດາ​​ແຜນດຳ​ເນີນ​ງານ​ໃນ​ປີ​ໜ້າ. ກ່າ​ວຄຳ​ເຫັນ​ທີ​່ການພົບ​ປະ​ສັງ​ສັນ, ທ່ານ ​ເວື​ອງ​ເທື່ອ​ຟອງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ລາຊະ​ອານາຈັກ ​ແບນ​ຊິກ, ຫົວໜ​້າຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ​ສະຫະພາບ​ ​ເອີ​ລົບ (ອີ​ຢູ) ຍົກ​ອອກ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງ​ຄົມ​ຂອງ​ປະ​ເທດ ຫວຽດນາມ ​ແລະ ພິ​ເສດ​ແມ່ນ ​ເນັ້ນ​ໜັກ​ເຖິງ​ໝາກຜົນ​ໃນ​​ເລື່ອງ​ສິ້ນ​ສຸດ​ການ​ເຈລະຈາ​ສົນທິສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA). ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ສະ​ແດງ​ຄວາມປາດ​ຖະໜາ​ຢາກ ສືບ​ຕໍ່​​ເຫັນ​ປະຈັກ​ຕາ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ