ພາບຈາກ ເຮືອງຈ່າ, ນັກຂ່າວ VOV5
|
(vovworld) – “ວິທະຍຸກະຈາຍສຽງນຳມາເຊິ່ງຈິດໃຈອັນດີງາມ ແລະ ຄົ້ນຫາໂລກ” - ນັ້ນແມ່ນຫົວຂໍ້ຂອງການພົບປະຜູ້ຟັງຄັ້ງທີ 4 - ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 10/12 ຢູ່ນະຄອນ Yogyakarta, ປະເທດ ອິນໂດເນເຊຍ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາວິທະຍຸກະຈາຍສຽງ ອິນໂດເນເຊຍ (RRI), ຫວຽດນາມ (VOV5), ຮົງກົງ (ປະເທດ ຈີນ) ພ້ອມກັບຜູ້ຟັງທີ່ມາຈາກບັນດາແຂວງ, ນະຄອນຢູ່ ອິນໂດເນເຊຍ 60 ຄົນ.
ເນື່ອງໃນໂອກາດນີ້, ທ່ານ ຫງວຽນຕ໋ຽນລອງ, ຜູ້ອຳນວຍການ ພາກພາສາຕ່າງປະເທດ ວິທະຍຸກະຈາຍສຽງແຫ່ງຊາດ (VOV5) ໄດ້ສົ່ງຄຳອວຍພອນເຖິງລາຍການ, ອວຍພອນໃຫ້ນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງຜູ້ຟັງ ອິນໂດເນເຊຍ ກັບ VOV5 ນັບມື້ນັບພັດທະນາກ່ວາອີກ.