ພາບ:internet
|
(vovworld)- ມີ 389 ຄົນຂອງ 96 ຄອບຄົວ ສເກົາຫລີ ຖືກພັດພາກຈາກກັນ ຍ້ອນສົງຄາມເກົາຫລີ 1950-1953 ເລີ່ມພົບປະສັງສັນກັບ ຍາດຕິພິ່ນ້ອງ ຢູ່ ສປປ ເກົາຫລີ ທີ່ເຂດພັກຜ່ອນ ເທິງ ພູ Kumgang ຂຶ້ນກັບແຄມທະເລທາງຕາເວັນອອກຂອງພາກເຫນືອ ໃນວັນທີ 20/10. ພາຍຫລັງພົບປະຄັ້ງທຳອິດແກ່ຍາວເຖິງວັນທີ 22/10, ຄັ້ງທີ 2 ນີ້ຄາດວ່າ ດຳເນີນຢູ່ສະຖານທີ່ດັ່ງກ່າວແຕ່ວັນທີ 24-26/10 ໂດຍມີການເຂົ້າຮ່ວມຂອງ ຊາວ ສເກົາຫລີ ປະມານ 2050 ຄົນ ຂຶ້ນກັບ 90 ຄອບຄົວ. ການພົບປະສັງສັນຄັ້ງນີ້ ແມ່ນຫນຶ່ງໃນບັນດາໝາກຜົນຂອງຂໍ້ຕົກລົງລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ ທີ່ບັນລຸໄດ້ໃນວັນທີ 25/8 ຜ່ານມາກ່ຽວກັບການຢຸດຕິສະພາບຄວາມເຄັ່ງຕຶງດ້ານການທະຫານລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ.