ການພົບປະສ້າງສັນລະຫວ່າງນັກ ປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ
(ພາບ: tintuc.xalo.vn)
(vovworld): “ເພີ່ມທະວີປະສິດທິຜົນການປະກອບສ່ວນຂອງນັກປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ ກັບປະເທດຊາດ, ບ້ານເກີດເມືອງນອນ“ ແມ່ນເນື້ອໃນການພົບປະສ້າງສັນລະຫວ່າງບັນດານັກປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ ເປັນຄັ້ງທຳອິດ ໂດຍສະຖານທູດຫວຽດນາມ ປະຈຳຝະລັ່ງ ຈັດຕັ້ງຂຶ້ນໃນວັນທີ 20/1. ຕາມທ່ານ ເຢຶອງຈິຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ແລ້ວ, ການພົບປະຄັ້ງນີ້ ເພື່ອປຶກສາຫາລືບັນດາມາດຕະການຍົກສູງປະສິດທິຜົນການປະກອບສ່ວນທັງດ້ານວັດຖຸ, ຈິດໃຈຂອງຖັນແຖວນັກປັນຍາຊົນເປັນຊາວຫວຽດນາມ ອາໄສຕ່າງປະເທດຕໍ່ປະເທດຊາດກ່ວາອີກ. ນີ້ກໍ່ແມ່ນໂອກາດເປີດກ້ວາງການພົບປະ, ແລກປ່ຽນຄຳເຫັນ ແລະ ຮັບຟັງຄວາມໃນໃຈ, ຄວາມມຸ້ງຫວັງຂອງນັກປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ ຕໍ່ພາລະກິດພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມ:
“ມາຮອດປະຈຸບັນ, ກຳລັງນັກປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ແຕ່ງປະເທດ ບໍ່ພຽງແຕ່ໄດ້ປະກອບສ່ວນບົດຮຽນດ້ານວິຊາສະເພາະ, ຄຸ້ມຄອງ, ຫາກຍັງມີອິດທິພົນຊື່ສຽງ, ທີ່ຕັ້ງບົດບາດໃນສັງຄົມປະເທດທີ່ຕົນຢູ່ອາໄສອີກດ້ວຍ. ຍາມໃດ ລັດ, ລັດຖະບານຫວຽດນາມ ກໍ່ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງກຳລັງນັກປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີນັກປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ“