ການພົບປະແລກປ່ຽນ ຂ່ຳນັບຊົມເຊີຍວັນ ແພດໝໍຫວຽດນາມ

 

ການພົບປະແລກປ່ຽນ ຂ່ຳນັບຊົມເຊີຍວັນ ແພດໝໍຫວຽດນາມ - ảnh 1
ທ່ານ​ນາງ ຫງວຽນ​ທິກິມຕ້ຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ
(ພາບ: internet)


  Vovworld-ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 57ປີ​ແຫ່ງ​ວັນ​ແພດ​ໝໍ​ຫວຽດນາມ (27ກຸມພາ), ຄອນ​ຄ່ຳ​ວັນ​ທີ 25 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ຫວຽດນາມ​ໄດ້​ຈັດການ​ພົບ​ປະ​ແລກປ່ຽນ​ກ່ຽວກັບ​ຜົນງານ​ດ້ານ​ການ​ແພດ​ຂອງ​ຫວຽດນາມ, ​ແນ​ໃສ່​ເຊີດ​ຊູ​ບັນດາ​ນັກວິທະຍາສາດ, ບັນດາ​ທ່ານໝໍ​ທີ່​ມີ​ບັນດາ​ກິດຈະການ​ຄົ້ນ​ຄ້ວາ​ວິທະຍາສາດ​ໄດ້​ຮັບການ​ຮັບ​ຮູ້​ແມ່ນ​ຜົນງານ​ດ້ານ​ການ​ແພດ​ການ​ຢາ​ຂອງ​ຫວຽດນາມ. ທີ່​ການ​ພົບ​ປະ​ແລກປ່ຽນ, ບັນດາ​ຜູ້​ແທນ​ທີ່​ເຂົ້າຮ່ວມ​ໄດ້​ແນະນຳ​ບັນດາ​ບັນດາ​ຜົນງານ​ດ້ານ​ເຕັກນິກ​ການ​ແພດ​ທີ່​ກ້າວໜ້າຊຶ່ງ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ໃນ​ການ​ປິ່ນປົວພະຍາດ. ກ່າວ​ຄຳເຫັນທີ່​ພິທີ, ທ່ານ​ນາງ ຫງວຽນ​ທິກິມຕ້ຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ກ່າວ​ວ່າ: “ ກະຊວງ​ສາທາລະ​ນະ​ສຸກ​ຫວຽດນາມ​ຈະ​ຂໍອະນຸຍາດ​ຈາກ​ລັດຖະບານ​ຫວຽດນາມ​ເພື່ອ​ປະຕິບັດ​ທົດ​ລອງ​ການ​ປ່ຽນ​ໃໝ່​ແບບ​ວິທີ​ການ​ຄຸ້ມ​ຄອງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ໝາຍ​ຄວາມ​ວ່າ​ຈະ​ມອບ​ເໝົາ ​ແລະ ສັ່ງ​ເຮັດ​ບັນດາ​ກິດຈະກຳ​ຄົ້ນ​ຄ້ວາ​ໃຫ້​ແກ່​ບັນດາ​ນັກວິທະຍາສາດ​ເພື່ອ​ຜະລິດ​ອອກ​ບັຍດາ​ຜະລິດ​ຕະພັນ​ທີ່​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ ​ແລ​ະ ​ເພີ່​ມທະວີຖັນ​ແຖວ​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ຮັບ​ເອົາ​ການຖ່າຍ​ທອດ​ເຕັກ​ໂນ​​ໂລ​ຢີຈາກ​ຕ່າງປະ​ເທດ”
ຂ່າວ/ບົດ​ອື່ນ