ການພົບປະແລກປ່ຽນ ມິດຕະພາບ ຫວຽດນາມ - ລາວ ຢູ່ ລັດເຊຍ

ການພົບປະແລກປ່ຽນ ມິດຕະພາບ ຫວຽດນາມ - ລາວ ຢູ່ ລັດເຊຍ - ảnh 1
ພາບປະກອບ: internet

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າ ຫວຽດນາມ ​ແລະ ລາວ (5/9/1962 - 5/9/2012) ​ແລະ 35 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື (18/7/1977 - 18/7/2012), ​ໃນ​ຂອບ​ເຂດ “ປີ​ຄວາມ​ສາມັກຄີ ​ແລະ ມິດຕະພາບ ຫວຽດນາມ - ລາວ ” ຫວ່າງ​ແລ້ວ​ນີ້, ສະຖານທູດ ຫວຽດນາມ ຢູ່ ມົດ​ສະ​ກູ ດຳ​ເນີນ​ການ​ພົບ​ປະ​ມິດຕະພາບ​ລະຫວ່າງ ສະຖານທູດ ຫວຽດນາມ ​ແລະ ສະຖານທູດ ລາວ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Pham Xuan Son ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ​ລັດ​ເຊຍ ຢືນຢັນ​ວ່າ: ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ແມ່ນ​ສາຍ​ພົວພັນ​ມິດຕະພາບ​ທີ​່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ບໍລິສຸດ​ຜຸດ​ຜ່ອງ ​ໂດຍ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານ​ໄກສອນ ພົມວິຫານ ກໍ່​ຕັ້ງ ​ແລະ ​ເພ່ີມ​ພູນ​ຄູນ​ສ້າງ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ອວຍພອນ​ໃຫ້​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຊີວິດ​​ວັດ​ທະນາ​ຖາວອນ​ຢູ່ແຕ່ລະ​ປະ​ເທດ ​ແລະ ປະກອບສ່ວນ​ໃຫ້​ແກ່​ພາລະກິດ​ປົກ​ປັກ​ຮັກສາ​ສັນຕິພາບ​​ໃນ​​ໂລກ.

ຂ່າວ/ບົດ​ອື່ນ