ການພົບປະແລກປ່ຽນສິລະປະເຊີດຊູສີສັນວັດທະນະທຳຂອງບັນດາປະເທດສະມາຊິກ ອາຊຽນ

(VOVWORLD) - ການຮ່ວມມືມິດຕະພາບ ແລະ ການຮ່ວມສຳພັນພາກພື້ນໃນຂອບເຂດ ອາຊຽນ ສືບຕໍ່ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການພົວພັນຕ່າງປະເທດຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງ ຫວຽດນາມ
ການພົບປະແລກປ່ຽນສິລະປະເຊີດຊູສີສັນວັດທະນະທຳຂອງບັນດາປະເທດສະມາຊິກ ອາຊຽນ - ảnh 1ຜູ້ແທນບັນດາປະເທດ ອາຊຽນ ເຂົ້າຮ່ວມເຫດການ
(ພາບ: TTXVN)

ເພື່ອສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (1967 – 2023) ແລະ 78 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ (2/9/1945 – 2/9/2023), ຕອນຄ່ຳວັນທີ 30 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ ຈັດການພົບປະແລກປ່ຽນສິລະປະສາກົນ. ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນງອັກກີ໋, ປະທານສະຫະພັນບັນດາອົງການມິດຕະພາບ ນະຄອນຮ່າໂນ້ຍ ຢັ້ງຢືນວ່າ: ການຮ່ວມມືມິດຕະພາບ ແລະ ການຮ່ວມສຳພັນພາກພື້ນໃນຂອບເຂດ ອາຊຽນ ສືບຕໍ່ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການພົວພັນຕ່າງປະເທດຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງ ຫວຽດນາມ. ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນສ້າງ ອາຊຽນ ໃຫ້ນັບມື້ນັບສະໜິດຕິດພັນ ແລະ ໝັ້ນຄົງເຂັ້ມແຂງກ່ວາ, ນຳການພົວພັນຮ່ວມມືມິດຕະພາບກັບບັນດາປະເທດສະມາຊິກໃນຂົງເຂດສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ມີປະສິດທິຜົນກ່ວາອີກ.

        ລາຍການສະແດງສິລະປະໄດ້ດຳເນີນໄປດ້ວຍບັນດາການສະແດງທີ່ເປັນເອກະລັກສະເພາະ ດ້ວຍຈຸດເດັ່ນແມ່ນການສະແດງຊຸດອາພອນທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ ຂອງບັນດາຜູ້ເດີນແບບພິເສດ - ນັ້ນແມ່ນພະນັກງານຂອງສະຖານທູດ ບັນດາປະເທດ ອາຊຽນ. ການສະແດງຊຸດອາພອນດັ່ງກ່າວໄດ້ເຊີດຊູສີສັນວັດທະນະທຳຂອງບັນດາປະເທດສະມາຊິກອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ