ການພົບປະແລກປ່ຽນສະເຫລີມສະຫລອງ55ປີແຫ່ງວັນເປີດເສັ້ນທາງໂຮ່ຈິມີນບົນທະເລ
ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່ວມ ພິທີສະເຫລີມສະຫລອງ
ພາບ: TTXVN
|
(vovworld)- ວັນທີ 23/10 ແມ່ນວັນສະເຫລີມສະຫລອງ 55 ປີແຫ່ງວັນເປີດເສັ້ນທາງໂຮ່ຈິມີນບົນທະເລ (23/10/1961-23/10/2016). ກ່ອນຫນ້ານັ້ນໃນຕອນຄ່ຳວັນທີ 22/10 ຢູ່ ນະຄອນ ຫາຍຟ່ອງ, ເຫລົ່າທັບເຮືອຫວຽດນາມ ໄດ້ຈັດຕັ້ງພິທີສະເຫລີມສະຫລອງເປີດເສັ້ນທາງໂຮ່ຈິມີນບົນທະເລ. ວັນທີ 23/10/1961, ກະຊວງປ້ອງກັນປະເທດໄດ້ອອກຂໍ້ຕົກລົງສ້າງຕັ້ງກອງ 759 ປະຈຸບັນແມ່ນກອງພົນນ້ອຍທະຫານເຮືອ 125. ກອງນີ້ ມີຫນ້າທີ່ເປີດເສັ້ນທາງທະເລຍຸດທະສາດເພື່ອຂົນສົ່ງອາວຸດ ແລະ ເຄື່ອງຂອງຮັບໃຊ້ສະຫນາມຮົບພາກໃຕ້. ໃນຕະຫລອດ 15 ປີ (1961-1975), ກອງ 125 ໄດ້ລະດົມເຮືອ ແລະ ກຳປັ່ນເກືອບ 1.900 ເທື່ອ ຂົນສົ່ງອາວຸດ, ອຸປະກອນເຕັກນິກຢຸກຢາ ກວ່າ 150.000 ໂຕນ ແລະ ພະນັກງານ, ນັກຮົບເກືອບ 80.000 ຄົນ ຈາກພາກເຫນືອເພື່ອຫນູນຊ່ວຍໃຫ້ສະຫນົມຮົບພາກໃຕ້, ປະກອບສ່ວນສຳຄັນເຂົ້າໃນພາລະກິດປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ. ທີ່ການພົບປະແລກປ່ຽນ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕີລາຄາສູງບັນດາຜົນງານ, ວິລະກຳຂອງກຳລັງທະຫານເຮືອປະຊາຊົນຫວຽດນາມ ເວົ້າລວມ, ການອຸທິດສ່ວນຂອງບັນດານັກຮົບເກົ່າເສັ້ນທາງໂຮ່ຈິມີນ ບົນທະເລ ເວົ້າສະເພາະ.
“ປະຫວັດສາດຂອງກອງ 125 ແມ່ນສະຫງ່າລາສີຂອງປະຫວັດສາດທະຫານເຮືອຫວຽດນາມ. ການປະສານສົມທົບຢ່າງມີຫົວຄິດປະດິດສ້າງຂອງປະຊາຊົນ, ຂອງວິໄສທັດຍາວໄກຂອງພັກ, ການເສຍສະຫລະຂອງພະນັກງານ, ທະຫານເຮືອ, ການອຸ້ມຊູຊ່ວຍເຫລືອຂອງປະຊາຊົນ. ມີນັກຮົບຫລາຍຄົນໄດ້ເສຍສະຫລະຊີວິດເພື່ອປົກປັກຮັກສາກຳລັງ, ຮັກສາຄວາມລັບ ແລະ ດັບສູນສັດຕູ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ, ປະຊາຊົນຫວຽດນາມ ຫລາຍລຸ້ນຄົນ ຍາມໃດກໍຈົດຈ່ຳການເສຍສະຫລະຂອງບັນດານັກຮົບດັ່ງກ່າວ.”