ການພົວພັນ ຫວຽດນາມ - ອີຢິບ ພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງ

(VOVWORLD) - ຕອນຄ່ຳວັນທີ 21 ກັນຍາ, ທີ່ນະຄອນຫລວງ ກາຍໂຣ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 72 ປີ. 
ການພົວພັນ ຫວຽດນາມ - ອີຢິບ ພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງ - ảnh 1 ທ່ານ ໂດຮ່ວາງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີ, ທ່ານ ໂດຮ່ວາງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ຢືນຢັນວ່າ: ປີນີ້ ຫວຽດນາມ  ແລະ ອີຢິບໄດ້ເຫັນປະຈັກຕາເຫດການສຳຄັນໃນການພົວພັນລະຫວ່າງ 2 ປະເທດ, ດ້ວຍການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 6 – 7 ກັນຍາ ຜ່ານມາຂອງທ່ານປະທານາທິບໍດີ ອີຢິບ Abdel-Fattah El-Sisi. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງປະທານາທິບໍດີ ອີຢິບ ນັບແຕ່ເມື່ອ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດ ກ່ອນນີ້ 54 ປີ, ສ້າງພື້ນຖານສຳຄັນໃຫ້ການພົວພັນຮ່ວມມື ແລະ ພັດທະນາຮອບດ້ານລະຫວ່າງ 2 ປະເທດໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ…ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ: 2 ປະເທດຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຫັນບັນດາຂໍ້ຕົກລົງທັງໝົດ ຊຶ່ງ 2 ຝ່າຍບັນລຸໄດ້ໃນການຢ້ຽມຢາມ ຫວຽດນາມ ຜ່ານມາຂອງທ່ານປະທານາທິບໍດີ El-Sisi ໃຫ້ປະກົດຜົນເປັນຈິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ