(vovworld) - ທີ່ການຕ້ອນຮັບທ່ານຮອງປະທານາທິບໍດີອິນເດຍ Mohammad Hamid Ansari ຊຶ່ງພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ວັນທີ 15/01, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດຍິ່ງກວ່າອີກ, ປະກອບສ່ວນຍົກສູງການພົວພັນລະຫວ່າງຫວຽດນາມ ແລະ ອິນເດຍ ໃນຕະຫຼອດກວ່າ 40 ປີແຫ່ງການສ້າງການພົວພັນທາງການທູດ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ, ຜ່ານ 5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນສອງຝ່າຍຫວຽດນາມ - ອິນເດຍ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ທ່ານປະທານປະເທດ ໄດ້ຖືວ່າ, ສອງຝ່າຍຄວນຊຸກຍູ້ການພົວພັນຮ່ວມມື 2 ຝ່າຍຍິ່ງກວ່າອີກ, ກ່ອນອື່ນໝົດແມ່ນການພົວພັນດ້ານການເມືອງ ກັບຕ່າງປະເທດ ແລະ ເສດຖະກິດ ການຄ້າ. ທ່ານປະທານປະເທດເຫັນດີຈະສ້າງສູນວັດທະນະທຳອິນເດຍ ປະຈຳຫວຽດນາມ ໂດຍໄວ, ແລະຂອບອົກຂອບໃຈຫຼັກໝັ້ນພາວະວິໄສຂອງອິນເດຍ ກ່ຽວກັບທະເລຕາເວັນອອກ ແລະ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະໂອ້ລົມສົນທະນາກັບບັນດາປະເທດ ແລະ ແກ້ໄຂທຸກໆການພິພາດຢູ່ທະເລຕາເວັນອອກ ໂດຍອີ່ງໃສ່ພື້ນຖານກົດໝາຍສາກົນເພື່ອສັນຕິພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.
ສ່ວນທ່ານຮອງປະທານາທິບໍດີອິນເດຍ Mohammad Hamid Ansari ຢືນຢັນວ່າ, ອິນເດຍ ຖືການພົວພັນກັບຫວຽດນາມ ເປັນສຳຄັນ, ຖືຫວຽດນາມ ແມ່ນໜຶ່ງໃນບັນດາເສົ້າຄ້ຳຕົ້ນຕໍ່ໃນນະໂຍບາຍມຸ່ງໄປສູ່ງທິດຕາເວັນອອກຂອງອິນເດຍ. ການພົວພັນລະຫວ່າງ 2 ປະເທດ ຈະແມ່ນປັດໃຈເພື່ອຊຸກຍູ້ສັນຕິພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.
ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານຮອງປະທານາທິບໍດີອິນເດຍ Mohammad Hamid Ansari ແລະ ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ມີການເຈລະຈານຳກັນ. 2 ຝ່າຍໄດ້ສະແດງຄວາມເພິງພໍໃຈຕໍ່ຜົນສຳເລັດຂອງປີມິດຕະພາບຫວຽດນາມ -ອິນເດຍ 2012, ພ້ອມທັງຕີລາຄາສູງການສົມທົບກັນຂອງບັນດາອົງການທີ່ມີໜ້າທີ່ລະຫວ່າງ 2 ປະເທດໃນຕະຫຼອດປີມິດຕະພາບຢ່າງຕັ້ງໜ້າ ເຊິ່ງໄດ້ຈັດບັນດາການເຄື່ອນໄຫວທີ່ອຸດົມສົມບຸນ ແລະ ມີຄວາມໝາຍ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດຍິ່ງກວ່າອີກ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ຢືນຢັນວ່າ ຍາມໃດຫວຽດນາມ ກໍຖືການພົວພັນຄູ່ຮ່ວມມືຍຸດທະສາດກັບອິນເດຍ ເປັນສຳຄັນ, ກໍຄືບົດບາດປະກອບສ່ວນຂອງອິນເດຍ ເຂົ້າໃນສັນຕິພາບ ແລະ ການຮ່ວມມືໃນພາກພື້ນ ແລະ ຢູ່ໃນໂລກ. 2 ຝ່າຍ ກໍເຫັນດີສືບຕໍ່ສົມທົບກັນ ແລະ ຮ່ວມມືຢ່າງແໜ້ນແຟ້ນຢູ່ທີ່ເວທີປາໄສສາກົນ ແລະພາກພື້ນ. ສິ້ນສຸດການເຈລະຈາ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ແລະ ທ່ານຮອງປະທານາທິບໍດີອິນເດຍ Mohammad Hamid Ansari ໄດ້ເປັນສັກຂີພະຍານພິທີລົງນາມເອກະສານຮ່ວມມືໃນຂົງເຂດວິສາຫະກິດຂະໜາດກາງ ແລະ ໜ້ອຍລະຫວ່າງ 2 ປະເທດ.
ແລະກໍໃນວັນດ່ຽວກັບ ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີອິນເດຍ Mohammad Hamid Ansari ຢ່າງສະໜິດສະໜົມ.