ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍພັດທະນາຢ່າງຂະຫຍັນຂັນເຄື່ອນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ສະຫະພັນລັດເຊຍ
|
(vovworld) – ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພວມມີການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການແຕ່ວັນທີ 23 – 25/11. ໃນຂອບເຂດການຢ້ຽມຢາມ, ວັນທີ 23/11, ຢູ່ນະຄອນຫຼວງ ມົດສະກູ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໄດ້ພົບປະ ແລະ ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ Arkady Dvorkovich, ທ່ານຮອງປະທານຜູ້ທີໜຶ່ງ ດູມາ ແຫ່ງຊາດ (ສະພາຕ່ຳ) ລັດເຊຍ Ivan Melnikov ແລະ ທ່ານຮອງປະທານຜູ້ທີໜຶ່ງສະພາສະຫະພັນ (ສະພາສູງ) ລັດເຊຍ Nikolai Fedokov. ທີ່ການພົບປະກັບທ່ານ Dvorkovich, 2 ຝ່າຍໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ພັດທະນາຂະຫຍັນຂັນເຄື່ອນໃນໄລຍະຜ່ານມາ, ພ້ອມທັງເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ ຢ່າງມີປະສິດທິຜົນດ້ວຍຈຸດໝາຍຍົກວົງເງິນການຄ້າ 2 ຝ່າຍຂຶ້ນ 10 ຕື້ USD ໃນປີ 2020.
ທ່ີການພົບປະກັບ ທ່ານຮອງປະທານຜູ້ທີໜຶ່ງ ດູມາ ແຫ່ງຊາດ (ສະພາຕ່ຳ) ລັດເຊຍ Ivan Melnikov, ສອງຝ່າຍປາດຖະໜາຢາກໃຫ້ອົງການນິຕິບັນຍັດ 2 ປະເທດສືບຕໍ່ເພີ່ມທະວີການສົມທົບ, ຍົກສູງບົດບາດຕິດຕາມກວດກາໃນວຽກງານຮັບປະກັນປະຕິບັດບັນດາສົນທິສັນຍາສາກົນເຊິ່ງທັງ 2 ຝ່າຍເຂົ້າຮ່ວມຢ່າງມີປະສິດທິຜົນ. ໃນການພົບປະທ່ານຮອງປະທານຜູ້ທີໜຶ່ງສະພາສະຫະພັນ (ສະພາສູງ) ລັດເຊຍ Nikolai Fedokov, ສອງ ຝ່າຍເປັນເອກະພາບຈະສືບຕໍ່ສະຫງວນຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ຮ່ຳຮຽນ, ອອກແຮງງານ ແລະ ດຳລົງຊີວິດເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍຢູ່ ລັດເຊຍ.