ການພົວພັນຄູ່ຮ່ວມມືສາກົນ ຫວຽດນາມ - ອົດສະຕາລີ ຈະພັດທະນາຢ່າງແຮງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ສະເໜີໃຫ້ວິສາຫະກິດ 2 ຝ່າຍເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ພິເສດແມ່ນບັນດາຂົງເຂດເຊິ່ງ ອົດສະຕາລີ ມີທ່າແຮງ ຄືພັດທະນາແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ບັນດາໂຄງການເຕັກໂນໂລຢີສູງ
 
ການພົວພັນຄູ່ຮ່ວມມືສາກົນ ຫວຽດນາມ - ອົດສະຕາລີ ຈະພັດທະນາຢ່າງແຮງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ແລະ ທ່ານ Craig Chittick, ຫົວໜ້າຄະນະຜູ້ແທນ ອົດສະຕາລີ

ຕອນເຊົ້າວັນທີ 12 ມິຖຸນາ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະວິສາຫະກິດ ອົດສະຕາລີ ມາເຂົ້າຮ່ວມງານວາງສະແດງການຄ້າ ແລະ ການລົງທຶນ ອົດສະຕາລີ - ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຊື່ອໝັ້ນວ່າ ການຮ່ວມມືມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ອົດສະຕາລີ ເວົ້າລວມ ແລະ ການພົວພັນຮ່ວມມື້ເສດຖະກິດ ຂອງປະຊາຄົມວິສາຫະກິດ 2 ປະເທດເວົ້າສະເພາະ ນັບມື້ນັບພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ສະເໜີໃຫ້ວິສາຫະກິດ 2 ຝ່າຍເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ພິເສດແມ່ນບັນດາຂົງເຂດເຊິ່ງ ອົດສະຕາລີ ມີທ່າແຮງ ຄືພັດທະນາແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ບັນດາໂຄງການເຕັກໂນໂລຢີສູງ, ພະລັງງານແຮງລົມ, ພະລັງງານຈາກການຜະລິດສິ່ງເສດເຫຼືອ. ຫວຽດນາມ ຫວັງວ່າ ອົດສະຕາລີ ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ສົ່ງເສີມບັນດາປະເພດສິນຄ້າ ຜະລິດຕະພັນກະເສດ, ສິນໃນນ້ຳ ເຂົ້າຕະຫຼາດ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ