ການພົວພັນດ້ານການຄ້າ ຫວຽດນາມ ແລະ ພາກພື້ນຕາເວັນອອກກາງເພີ່ມຂຶ້ນຢ່າງກະໂດດຂັ້ນ

(VOVWORLD) -ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ປີ 2017 ຍອດວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງພາກພື້ນຕາເວັນອອກກາງ ຄາດຄະເນວ່າ ບັນລຸໄດ້ 9,6 ຕື້ USD.
ການພົວພັນດ້ານການຄ້າ ຫວຽດນາມ ແລະ ພາກພື້ນຕາເວັນອອກກາງເພີ່ມຂຶ້ນຢ່າງກະໂດດຂັ້ນ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ອິດສະລາແອັນ Reuven Ruvi Rivlin

ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍແມ່ນ ໂທລະສັບມືຖື, ຄອມພິວເຕີ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ, ສິນໃນນ້ຳ…ນອກນັ້ນ, ບາງປະເພດສິນຄ້າຄືຊາ, ຜະລິດຕະພັນເຫຼັກກ້າ…ສືບຕໍ່ເຕີບໂຕຢ່າງແຮງ ແລະ ບັນລຸວົງເງິນການຄ້າໃຫຍ່ພໍສົມຄວນ.

        ກ່ຽວກັບການຕະຫລາດ, ບາງຕະຫລາດສົ່ງອອກມີລະດັບການເຕີບໂຕສູງຄື: ຕວກກີ ດ້ວຍລະດັບການເຕີບໂຕບັນລຸສະຖິຕິເກືອບ 1,9 ຕື້ USD; ຖັດມາແມ່ນ ອິດສະລາແອັນ, ອາຣັບ ຊະອຸດີ, ສະຫະລັດ ອາຣັບ ເອມີເລັດ (UAE).


ຕອບກັບ

ຂ່າວ/ບົດ​ອື່ນ