ການ​ພົວ​ພັນຕ່າງ​ປະ​ເທດ​ເສດ​ຖະ​ກິດ​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) - ຕອນເຊົ້າວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ການພົວພັນຕ່າງປະເທດເສດຖະກິດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ປະເທດຊາດ”.

ການ​ພົວ​ພັນຕ່າງ​ປະ​ເທດ​ເສດ​ຖະ​ກິດ​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ

(ພາບ: baoquocte.vn

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດ ໄດ້ຕັ້ງໜ້າຊອກຮູ້, ຄົ້ນຄ້ວາຮູບແບບການພັດທະນາເສດຖະກິດ, ບັນດາທ່າອ່ຽງໃນການພັດທະນາຂອງເສດຖະກິດ ໂລກ, ຈາກນັ້ນເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານໃນວຽກງານວາງແຜນກຳນົດທິດທາງ, ນະໂຍບາຍພັດທະນາເສດຖະກິດ ຂອງ ຫວຽດນາມ. ຂະແໜງການພົວພັນຕ່າງປະເທດ ໄດ້ປະກອບສ່ວນສ້າງການພົວພັນດ້ານການຄ້າ ກັບກ່ວາ 224 ປະເທດ ແລະ ເຂດແຄ້ວນໃນໂລກ, ສ້າງ ບັນດາຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນ, ປະກອບສ່ວນເຂົ້າໃນການເພີ່ມວົງເງິນການຄ້າ ແຕ່ 2,9 ຕື້ USD ໃນປີ 1986 ຂຶ້ນເປັນ 500 ຕື້ USD ໃນປີ 2019.

ທີ່ກອງປະຊຸມສຳະນາ, ບັນດາຜູ້ແທນກໍ່ໄດ້ຕີລາຄາວ່າ ໃນສະພາບການສາກົນ ແລະ ພາກພື້ນ  ພວມສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຄືໃນປັດຈຸບັນ ດ້ວຍບັນດາການຜັນແປຢ່າງແຮງ ແລະ ບໍ່ເຄີຍມີມາກ່ອນຄື ໂລກລະບາດໂຄວິດ - 19, ທ່າອ່ຽງຫັນປ່ຽນການລົງທຶນ, ລະບົບການຜະລິດ, ການສະໜອງ… ໂດຍໄດ້ກໍ່ຂຶ້ນບັນດາສິ່ງທ້າທາຍ, ກາລະໂອກາດໃໝ່, ຮຽກຮ້ອງໃຫ້ວຽກງານການພົວພັນຕ່າງປະເທດເສດຖະກິດໃນໄລຍະຈະມາເຖິງ ຕ້ອງມີການປ່ຽນແປງຢ່າງແຮງ ກ່ຽວກັບວິທີການເຮັດວຽກເພື່ອຕອບສະໜອງ ໄດ້ສະພາບການໃໝ່, ສືບຕໍ່ຍົກສູງປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ