ການພົວພັນລັດເຊຍ-ຫວຽດນາມພວມພັດທະນາຢ່າງດີງາມ,ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ
(VOVWORLD) -ກ່ອນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ Dmitry Medvedev ໃນລະຫວ່າງວັນທີ 18 – 19 ພະຈິກ.
ທ່ານ Vladimir Buianov, ປະທານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ
(ພາບ: TTXVN)
|
ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລັດເຊຍ ໄດ້ສຳພາດທ່ານ Vladimir Buianov, ປະທານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ແງ່ຫວັງພັດທະນາການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ.
ທ່ານປະທານ V.Buianov ຖືວ່າ. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Dmitry Medvedev ຈະສ້າງທ່າຊຸກຍູ້ສຳຄັນ, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດ. ທ່ານ V.Buianov ຊີ້ແຈ້ງວ່າ, ຫວຽດນາມ ໄດ້ຢືນຢັນວ່າ ຕົນເອງແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທຽບເທົ່າກັບລັດເຊຍ ແລະ ຢືນຢັນວ່າ, ເປົ້າໝາຍໃຫຍ່ສຸດໃນປະຈຸບັນຂອງ 2 ປະເທດແມ່ນເພີ່ມທະວີການແລກປ່ຽນວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020 ແລະ ມີຫຼາຍພື້ນຖານເພື່ອເຊື່ອໝັ້ນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ຈະນັບມື້ນັບແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນຂອງ 2 ປະເທດ.