ການພົວພັນລະຫວ່າງ ລັດເຊຍ - ຈີນ ຄວນໄດ້ຮັບການເພີ່ມທະວີກ່ວາອີກ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ລັດເຊຍ ຄົນໃໝ່ ຈາງຮານຫວຍ ໄດ້ຕີລາຄາການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ແມ່ນ “ໝັ້ນຄົງທີ່ສຸດໃນໂລກ”, ພ້ອມທັງໃຫ້ຮູ້ວ່າ: ປັກກິ່ງ ຄາດວ່າຈະເພີ່ມທະວີການພົວພັນກັບ ມົດສະກູ.

ການພົວພັນລະຫວ່າງ ລັດເຊຍ - ຈີນ ຄວນໄດ້ຮັບການເພີ່ມທະວີກ່ວາອີກ - ảnh 1 ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ລັດເຊຍ ຄົນໃໝ່ ຈາງຮານຫວຍ (ພາບ: tass.com)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 14 ສິງຫາ, ທ່ານ ຈາງຮານຫວຍ ໃຫ້ຮູ້ວ່າ: ຈີນ ຕັດສິນໃຈຍົກສູງລະດັບການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ຂຶ້ນໄວລະດັບສູງໃໝ່. ນັກການທູດ ຈີນ ເນັ້ນໜັກວ່າ ສິ່ງໃດທີ່ບັນລຸໄດ້ໃນ 70 ປີຜ່ານມາ ແມ່ນພື້ນຖານຄວາມໝັ້ນຄົງ ແລະ ບົນພື້ນຖານນັ້ນ, ລັດເຊຍ ແລະ ຈີນ ຄວນພັດທະນາການຮ່ວມມື 2 ຝ່າຍກ່ວາອີກ. ຕາມການຕີລາຄາຂອງທ່ານແລ້ວ, ການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ແມ່ນໝັ້ນຄົງທີ່ສຸດໃນໂລກ ແລະ ແມ່ນການພົວພັນອັນດີງາມທີ່ສຸດລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ.

        ຕາມທ່ານເອກອັກຄະລັດຖະທູດ ຈີນ ຄົນໃໝ່ແລ້ວ, ໃນ 6 ເດືອນທ້າຍປີ 2019, 2 ຝ່າຍຈະແລກປ່ຽນບັນດາການຢ້ຽມຢາມ ເພື່ອປັບປຸງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ