ການ​ພ​ົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ຈີນ ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ສັງ​ກາດ​ໃໝ່

(VOVWORLD) -ວັນທີ 22 ກຸມພາ, ຢູ່ມົດສະກູ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ພົບປະກັບທ່ານ ຫວາງອີ ຫົວໜ້າຫ້ອງການຄະນະກຳມະການພົວພັນຕ່າງປະເທດສູນກາງພັກຄອມມູນິດ ຈີນ ເຊິ່ງພວມຢູ່ຢ້ຽມຢາມ ລັດເຊຍ.
ການ​ພ​ົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ຈີນ ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ສັງ​ກາດ​ໃໝ່ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ພົບປະກັບທ່ານ ຫວາງອີ ຫົວໜ້າຫ້ອງການຄະນະກຳມະການພົວພັນຕ່າງປະເທດສູນກາງພັກຄອມມູນິດ ຈີນ (ພາບ: Alexander Nemenov/AFP)

ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດ ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ຍືນຍົງໃນສະພາບການໂລກມີການຜັນແປຫຼາຍຢ່າງ. ສອງປະເທດສະແດງຄວາມສະໜິດຕິດພັນ ແລະ ພ້ອມແລ້ວທີ່ຈະປົກປ້ອງຜົນປະໂຫຍດຂອງກັນບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບົດບາດເປັນໃຈກາງຂອງ ສປຊ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ສະແດງຄວາມຫວັງວ່າ ໃນຖານະໃໝ່, ທ່ານ ຫວາງອີ ຈະສືບຕໍ່ປັບປຸງລັກສະນະສືບທອດສາຍພົວພັນຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

        ສ່ວນທ່ານ ຫວາງອີ ຢັ້ງຢືນວ່າ ປັກກິ່ງ ຍັງໃຫ້ຄຳໝັ້ນສັນຍາພັດທະນາ ແລະ ຮັກສາທ່າອ່ຽງຕັ້ງໜ້າໃນການພົວພັນກັບ ມົດສະກູ; ຢັ້ງຢືນວ່າດ້ວຍຄຳຊີ້ນຳຍຸດທະສາດຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຮ່ວມມືຍຸດທະສາດລະຫວ່າງ ຈີນ - ລັດເຊຍ ໃນສັງກາດໃໝ່ ຮັກສາທ່ວງທ່າພັດທະນາຢ່າງແຮງ.

       


 

ຕອບກັບ

ຂ່າວ/ບົດ​ອື່ນ