ການພົວພັນລະຫວ່າງ ຫວຽດນາມ - ຊູແອດ ຍັງມີຄວາມສາມາດ ບົ່ມຊ້ອນຫຼາຍຢ່າງ

ການພົວພັນລະຫວ່າງ ຫວຽດນາມ - ຊູແອດ ຍັງມີຄວາມສາມາດ ບົ່ມຊ້ອນຫຼາຍຢ່າງ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຊູ​ແອດ ​ເຈີ​ນວັນ​ຮິ໋ງ
(ພາບ: vietnamplus.vn)


(vovworld) - ການ​ພົວພັນລະຫວ່າງ​ຫວຽດນາມ - ຊູ​ແອດ ຍັງ​ມີ​ຄວາມ​ສາມາດ​ບົມຊ້ອນ​ຫຼາຍ​ຢ່າງ, ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຊູ​ແອດ ​ເຈີ​ນວັນ​ຮິ໋ງ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ Stockholm ກ່ຽວກັບ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຊູ​ແອດ ​ແລະ ​ແງ່​ຫວັງ​ຂອງ​ການ​ພົວພັນ​ດັ່ງກ່າວ. ປີ 2014, ຫວຽດນາມ ​ແລະ - ຊູ​ແອດ ​ໄດ້​ຈັດ​ຕັ້ງ​ຫຼາຍ​ເຫດ​ການ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ເຈີ​ນວັນ​ຮິ໋ງ ​ໃຫ້​ຮູ້​ວ່າ ການ​ຄ້າ 2 ສົ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ບັນລຸ​ປະມານ 28%/ປີ ​ໃນ 3 ປີ​ມໍ່ໆ​ມາ​ນີ້. ປີ 2013, ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 1,1 ຕື້ USD. ກ່ຽວ​ກັບ​ການ​ລົງທຶນ, ປະຈຸ​ບັນ​ຊູ​ແອດ ຢືນ​ອັນ​ດັບ​ທີ 54/100 ປະ​ເທດ ​ແລະ ​ເຂດ​ແຄ້ວນທີ່​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຈາກຕ່າງປະ​ເທດ (FDI) ​ເຂົ້າ​ຫວຽດນາມ.

        ທ່ານ​ເອກ​ອັກຄະ​ລັດຖະທູດ ເຈີ​ນວັນ​ຮິ໋ງ ຖື​ວ່າ, 2 ຝ່າຍ​ຄວນ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ຂົງ​ເຂດ​ລົງທຶນ​ທີ່​ມີ​ທ່າ​ແຮງ​ຄື ສາທາລະນະ​ສຸກ, ການ​ສຶກສາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພິ​ເສດ​ແມ່ນ​ການ​ລົງທຶນ ​ແລະ ການ​ຄ້າ.

ຂ່າວ/ບົດ​ອື່ນ