ການພົວພັນຫວຽດນາມ - ຍີ່ປຸ່ນພັດທະນາຢ່າງຮອບດ້ານ ແລະ ມີປະສິດທິຜົນ
(ພາບປະກອບ)
(vovworld) – ເນື່ອງໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ຢີ່ປຸ່ນ Shinzo Abe ມາຢ້ຽມຢາມ ຫວຽດນາມ ວັນທີ 16/1, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ມີການສຳພາດທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນກວົກເກື່ອງ ກ່ຽວກັບການພັດທະນາ ກໍ່ຄືແງ່ຫວັງຮ່ວມມືໃນການພົບພັນລະຫວ່າງສອງປະເທດ. ໃຫ້ຂໍ້ສັງເກດກ່ຽວກັບການພົວພັນ ຫວຽດນາມ - ຈີນ, ທ່ານເອກອັກຄະລັດຖະທູດ ຫງວຽນກວົກເກື່ອງ ຖືວ່າ, ປີ 2016 ແມ່ນປີທີ່ການການພົວພັນໄດ້ຮັບການພັດທະນາຢ່າງມີປະສິດທິຜົນ, ຮອບດ້ານ ແລະ ໝັ້ນຄົງ, ຕາມທ່ານແລ້ວ, ປີ 2016 ໄດ້ມີບັນດາບາດກ້າວພັດທະນາໃໝ່ໃນການພົວພັນເສດຖະກິດລະຫວ່າງສອງປະເທດ. ການຮ່ວມມືໃນຂົງເຂດວິທະຍາສາດ ເຕັກໂນໂລຢີ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການສຶກສາບຳລຸງສ້າງ…ລ້ວນແຕ່ມີບາດກ້າວພັດທະນາພໍສົມຄວນ.
ເມື່ອເຕື້ອງເຖິງການຢ້ຽມຢາມ ຫວຽດນາມຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານເອກອັກຄະລັດຖະທູດ ຫງວຽນກວົກເກື່ອງ ໃຫ້ຂໍ້ສັງເກດວ່າ, ນີ້ແມ່ນບາດກ້າວເປີດສາກທີ່ດີໃຫ້ປີໜຶ່ງທີ່ເຕັມໄປດ້ວຍການເຄື່ອນໄຫວຟົດຟື້ນໃນການພົວພັນລະຫວ່າງສອງປະເທດ. ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຈະມີການພົບປະເຈລະຈາກັບບັນດາການນຳຂັ້ນສູງສຸດຂອງ ຫວຽດນາມ, ແລກປ່ຽນກ່ຽວກັບທິດທາງຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກໍ່ຄືໃນສະພາບການສາກົນ ແລະ ພາກພື້ນພວມມີການຜັນປ່ຽນຫຼາຍຢ່າງ. ຮ່ວມເດີນທາງກັນທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ມີບັນດານັກທຸລະກິດ ຍີ່ປຸ່ນ ທີ່ໄດ້ຮັບການເລືອກເຟັ້ນເພື່ອເຂົ້າຮ່ວມເວທີປາໄສວິສາຫະກິດ ພົບປະກັບວິສາຫະກິດ ຫວຽດນາມ ແລະ ພົບປະກັບບັນດາການນຳທ້ອງຖີ່ນ ຫວຽດນາມ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖີ່ນ.