(vovworld) - ເມື່ອແລກປ່ຽນກັບນັກຂ່າວຂ່າວສານຫວຽດນາມ ປະຈຳສິງຄະໂປ ທ່ານ Ivan Tan, ຜູ້ອຳນວຍການພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຂຶ້ນກັບອົງການຄຸ້ມຄອງການລົງທຶນສິງຄະໂປ (IE), ສະແດງຄວາມປະເອີບໃຈ ຕໍ່ກາລະໂອກາດລົງທຶນຂອງບັນດາວິສາຫະກິດສິງຄະໂປ ເຂົ້າຫວຽດນາມ, ພິເສດແມ່ນໃນ 3 ຂົງເຂດແມ່ນ: ການບໍລິການໃຊ້ສອຍ, ພື້ນຖານໂຄງລ່າງ ແລະ ການຜະລິດ. ຕາມທ່ານແລ້ວ, ໃນຊຸມປີຜ່ານມາຫວຽດນາມ ໄດ້ປະຕິບັດວຽກງານຄຸ້ມຄອງດີທີ່ສຸດ. ທ່ານຫວັງວ່າ, ຫວຽດນາມ ຈະສືບຕໍ່ບັນດານະໂຍບາຍໃນປະຈຸບັນ, ສ້າງສະພາບແວດລ້ອມສະໜິດຕິດພັນກັບວິສາຫະກິດກວ່າອີກ, ຮັບປະກັນການປະຕິບັດກົດໝາຍຢ່າງມີປະສິດທິຜົນ. ທ່ານຮອງສາສະດາຈານ Eugene Tan ຂຶ້ນກັບມະຫາວິທະຍາໄລຄຸ້ມຄອງສິງຄະໂປ ກໍ່ຮັບຮູ້ວ່າ, ການພົວພັນສອງຝ່າຍຫວຽດນາມ - ສິງໂຄໂປ ໃນປະຈຸບັນ ບໍ່ພຽງແຕ່ພັດທະນາໃນຂົງເຂດການເມືອງ ຫຼືເສດຖະກິດເທົ່ານັ້ນ, ຫາກຍັງເປີດກວ້າງໄປສູ່ຂົງເຂດຮ່ວມມືອື່ນໆ, ເຊັ່ນດ້ານກົດໝາຍ, ການປ້ອງກັນຊາດ ແລະ ການແລກປ່ຽນປະຊາຊົນ, ພິເສດແມ່ນດ້ານການສຶກສາ. ເລື່ອງສອງປະເທດກາຍເປັນຄູ່ຮ່ວມມືຍຸດທະສາດໃນປີ 2013 ໄດ້ຫັນສາຍພົວພັນສະໜິດຕິດພັນ, ພິເສດໃນຂົງເຂດເສດຖະກິດລະຫວ່າງສິງຄະໂປ - ຫວຽດນາມ ເປັນທາງການ.