ທ່ານ Ibnu Hadi, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ. ອິນໂດເນເຊຍ ປະຈຳ ຫວຽດນາມ
(vovworld) – “ການພົວພັນ ຫວຽດນາມ - ອິນໂດເນເຊຍ ພວມພັດທະນາຢ່າງດີງາມໃນຫຼາຍຂົງເຂດ” - ນີ້ແມ່ນເນື້ອໃນໄດ້ຮັບການຢັ້ງຢືນໃນບົດຂຽນຂອງທ່ານ Ibnu Hadi, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ. ອິນໂດເນເຊຍ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຂອງປະເທດນີ້ຄົບຮອບ 71 ປີ (17/8/1945 – 17/8/2016). ທ່ານເອກອັກຄະລັດຖະທູດ Ibnu Hadi ໄດ້ຊີ້ແຈ້ງວ່າ: ການພົວພັນ ຫວຽດນາມ - ອິນໂດເນເຊຍ ພວມພັດທະນາໝັ້ນຄົງໃນທຸກໆຂົງເຂດຄື: ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການເຊື່ອມຕໍ່ພົວພັນປະຊາຊົນ. ໜຶ່ງໃນບັນດາຈຸດໝາຍທີ່ 2 ປະເທດພວມສູ້ຊົນນຳວົງເງິນການຄ້າ 2 ຝ່າຍບັນລຸ 10 ຕື້ USD ໃນປີ 2018, ຕາມນັ້ນແລ້ວ, 2 ຝ່າຍຕ້ອງເພີ່ມທະວີການສົ່ງອອກ - ນຳເຂົ້າຫຼາຍກ່ວາອີກເພື່ອຍົກມູນຄ່າການຄ້າ 2 ປະເທດໃຫ້ສູງຂຶ້ນ. ຕາມທ່ານ Ibnu Hadi ແລ້ວ, ຫວຽດນາມ ແລະ ອິນໂດເນເຊຍ ລ້ວນແຕ່ແມ່ນສະມາຊິກໃນກຸ່ມ ອາຊຽນ ແລະ ມີຫຼາຍຈຸດຄ້າຍຄືກັນ. 2 ປະເທດລ້ວນແຕ່ແມ່ນປະເທດມີລາຍຮັບດີພໍສົມຄວນດ້ວຍລະດັບເຕີບໂຕເສດຖະກິດສູງ, ພ້ອມກັນມຸ່ງໄປເຖິງການຫັນເປັນອຸດສາຫະກຳຕິດພັນກັບກະສິກຳ, ການປະມົງ ແລະ ຂຸດຄົ້ນແຮ່ທາດ, ມີພົນລະເມືອງໜຸ່ມ ແລະ ມີກຳລັງແຮງງານມີປະສິດທິຜົນ. ທ່ານ Ibnu Hadi ປາດຖະໜາວ່າ ຈະມີການເຊື່ອມຕໍ່ລະຫວ່າງນະຄອນຫຼວງ ຮ່າໂນ້ຍ ກັບບັນດານະຄອນ, ນະຄອນຫຼວງຂອງບັນດາປະເທດ ອາຊຽນ, ພິເສດແມ່ນ ຮ່າໂນ້ຍ ກັບນະຄອນຫຼວງ ຈາກາກຕາ ຂອງ ອິນໂດເນເຊຍ. ສິ່ງດັ່ງກ່າວຈະຊຸກຍູ້ການເຄື່ອນໄຫວທ່ອງທ່ຽວ, ພົວພັນຄ້າຂາຍ ແລະ ບັນດາການເຄື່ອນໄຫວເສດຖະກິດລະຫວ່າງ 2 ປະເທດ. ດັ່ງນັ້ນ, ຫວຽດນາມ ແລະ ອິນໂດເນເຊຍ ຕ້ອງຍູ້ແຮງບັນດາການເຄື່ອນໄຫວຮ່ວມມືເພື່ອພັດທະນາການພົວພັນລະຫວ່າງ 2 ປະເທດໃຫ້ຍືນຍົງກາຍເປັນໂຄງການເຄື່ອນໄຫວເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.