ການພົວພັນຮ່ວມມືລະ ຫວ່າງລັດເຊຍ-ແຊກເບຍ ບັນລຸລະດັບຍຸດທະສາດ


ການພົວພັນຮ່ວມມືລະ ຫວ່າງລັດເຊຍ-ແຊກເບຍ ບັນລຸລະດັບຍຸດທະສາດ - ảnh 1

ທ່ານປະທານດູມາແຫ່ງຊາດລັດເຊຍ Sergey Naryshkin ​

(ພາບ: AP )

(vovworld)– ​ ​ ວັນ​ທີ 22/12, ທ່ານ Sergey Naryshkin ປະທານ​ສະພາ​ຕ່ຳ​ລັດ​ເຊຍ (ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ) ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ-​ແຊກ​ເບຍ ​ໄດ້​ບັນລຸ​ລະດັບ​ຍຸດ​ທະ​ສາດ. ​ໃນ​ການ​ຕ້ອນຮັບ​ທ່ານນາງ Maja Gojkovic ປະທານ​ສະພາ​ແຫ່ງ​ຊາດ​ແຊກ​ເບຍ ຊື່​ງພວມ​ຢູ່​ຢ້ຽມຢາມ​ລັດ​ເຊຍ, ທ່ານ​ປະທານ Sergey Naryshkin ​ເນັ້ນໜັກ​ວ່າ: ມົດ​ສະ​ກູ​ຕີ​ລາຄາ​ສູງ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ພ້ອມ​ທັງ​ຖື​ວ່າ: ສາຍ​ພົວພັນ​ດັ່ງກ່າວ​ແມ່ນບັນລຸ​ລະດັບ​ຍຸດ​ທະ​ສາດ. ຕາມ​ທ່ານ​ແລ້ວ, ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ສະພາບ​​ຂາດ​ຄວາມ​ເຊື່ອໝັ້ນຢູ່​ເອີ​ລົບ ​ແລະ ຄວນ​ມີ​ບັນດາ​ຄວາມ​ມານະ​ພະຍາຍາ​ມ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ກໍ່​ຄື​ຄວາມ​ສະຫງົບ​ງຽບ​ຢູ່​ທະວີບ.

  ສ່ວນ​ທ່ານນາງ​ປະທານ Maja Gojkovic ​ເນັ້ນໜັກ​ວ່າ​: ລັດ​ເຊຍ ​ແລະ ​ແຊກ​ເບຍ​ ມີ​ແງ່​ຫວັງ​ໃຫ່ຍ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື. ທ່ານ​ນາງ​ຢືນຢັນ​ວ່າ: Belgrade ຈະ​ບໍ່​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ມົດ​ສະ​ກູ ນັບ​ທັງ​ເມື່ອ​ແຊກ​ເບຍ ​ເຂົ້າ​ເປັນ​ສະມາຊິກ​ສະຫະພາບ​ເອີ​ລົບ (ອີ​ຢູ)./.

ຂ່າວ/ບົດ​ອື່ນ