ການມອບລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ 2017”

(VOVWORLD) - ການເສັງ ປະລະໄນ ໄດ້ດຶງດູດກ່ວາ 300.000 ເທື່ອຄົນເຂົ້າຮ່ວມ ແລະ ການເສັງອັດຕະໄນໄດ້ດຶງດູດກ່ວາ 2.200 ບົດທີ່ໄດ້ຮັບການຄັດເລືອກຈາກເກືອບ 3 ລ້ານບົດຂອງຄະນະຈັດຕັ້ງການເສັງຢູ່ 61 ແຂວງ, ນະຄອນ...
ການມອບລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ 2017” - ảnh 1ບຸກຄົນ ແລະ ໝູ່ຄະນະໄດ້ຮັບລາງວັນທີໜຶ່ງ ໃນການເສັງ 

ຕອນເຊົ້າວັນທີ 20 ທັນວາ, ຢູ່ຫໍພິພິທະພັນ ໂຮ່ຈີມິນ, ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງ ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ 2017”. ເຂົ້າຮ່ວມ  ແລະ ມອບລາງວັນມີທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກກອມມູນິດ ຫວຽດນາມ - ຫົວໜ້າຄະນະໂຄສະນາສຶກສາສູນກາງ ແລະ ທ່ານ ກິແກ້ວ  ໄຂຄຳພິທູນ, ເລຂາສູນກາງພັກປະຊາຊົນປະຕິວັດ ລາວ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະຊາຊົນປະຕິວັດ ລາວ. ການເສັງລວມມີ 2 ພາກສ່ວນ, ພາກທີ່ໜຶ່ງແມ່ນເສັງ ປະລະໄນ ແລະ ອັດຕະໄນ.

ການມອບລາງວັນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ 2017” - ảnh 2 ການສະແດງສິລະປະທີ່ລາຍການ

ໃນນັ້ນ, ການເສັງ ປະລະໄນ ໄດ້ດຶງດູດກ່ວາ 300.000 ເທື່ອຄົນເຂົ້າຮ່ວມ ແລະ ການເສັງອັດຕະໄນໄດ້ດຶງດູດກ່ວາ 2.200 ບົດທີ່ໄດ້ຮັບການຄັດເລືອກຈາກເກືອບ 3 ລ້ານບົດຂອງຄະນະຈັດຕັ້ງການເສັງຢູ່ 61 ແຂວງ, ນະຄອນ; ບັນດາຄະນະພັກຂຶ້ນກັບສູນກາງພັກ ແລະ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຟ້າມວັນລີງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຊີ້ນຳການເສັງ, ໃຫ້ຮູ້ວ່າ:

“ການເສັງຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ 2017 ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ການເສັງມີຄວາມໝາຍອັນໃຫຍ່ຫຼວງ, ແມ່ນຂີດໝາຍແທດຈິງ ໃນການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2017, ການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ເຮັດໃຫ້ການພົວພັນຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນ ໄປຈົນຊົ່ວກາລະນານ”

ຕອບກັບ

ຂ່າວ/ບົດ​ອື່ນ