ການມອບຮັບກິດຈະກຳປະຫວັດສາດ ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ-ລາວ

ການມອບຮັບກິດຈະກຳປະຫວັດສາດ ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ-ລາວ - ảnh 1
ພາບ: ອິນເຕີແນັດ

(vovworld): ວັນ​ທີ 8/11,  ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽ​ດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ໄດ້​ມອບ​ຮັບກິດຈະກຳ​ “ປະຫວັດສາດ​ແຫ່ງ​ການຕໍ່ຕ້ານຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ​ ຜູ້​ຮຸກ​ຮານ​ຂອງ​ບັນດາ​ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ບັນດາ​ແຂວງ​ພາກ​ກກາງ​ລາວ (1945-1975)“ ​ແລະ “ສະຫລຸບ​ບັ້ນ​ຮົບ​ປົດ​ປ່ອຍ​ເຂດ​ພູ​ພຽງບໍລະ​ເວນ (1970-1971)“ ຢູ່​ວຽງ​ຈັນ ປະ​ເທດ​ລາວ. ການ​ນຳກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ຖື​ວ່າ, ສອງ​ກິດຈະກຳ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນດາ​ຂີດ​ໝາຍ​ປະຫວັດສາດ​ສຳຄັນ ​ແລະ ບັນດາ​ຜົນງານ​ຕົ້ນຕໍ​ຂອງ​ກອງທັບ ​ແລະ ປະຊາຊົນ​ພາກ​ກາງ​ລາວ ​ໃນ​ການ​ຕໍ່ຕ້ານ ກໍ່​ຄື​ບັນດາ​ບົດຮຽນ​ຖອດ​ຖອນ​ມາ​ໄດ້​ຈາກ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ປະຫວັດສາດ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ນີ້​ແມ່ນ​ບັນດາ​ກິດຈະກຳ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ວິທະຍາສາດ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜົນງານ​ສຳຄັນ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ເວົ້າລວມ ​ແລະ ກອງທັບ​ສອງ​ປະ​ເທດ​ເວົ້າສະ​ເພາະ.

 

 

 

ຂ່າວ/ບົດ​ອື່ນ