ການ​ຢ້ຽມຢາມ ຫວຽດ​ນາມ​ ຂອງ​ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຈະສ້າງ​ກຳ​ລັງ​ໜູນ ແລະ ພ​ື້ນ​ຖານ​ໃໝ​່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ

(VOVWORLD) -ວັນທີ 22 ສິງຫາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຈະເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານ  Scott Morrison ພາຍຫຼັງຂຶ້ນກຳອຳນາດໃນເດືອນພຶດສະພາ ປີ 2019 ແລະ ພາຍຫຼັງ 2 ປະເທດຍົກການພົວພັນຂຶ້ນສູ່ລະດັບຄູຮ່ວມມືຍຸດທະສາດ.
ການ​ຢ້ຽມຢາມ ຫວຽດ​ນາມ​ ຂອງ​ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຈະສ້າງ​ກຳ​ລັງ​ໜູນ ແລະ ພ​ື້ນ​ຖານ​ໃໝ​່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ - ảnh 1ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຢູ່ G20 (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວໃນໂອກາດທ່ານນາຍົກລັດຖະມົນຕີ Scott Morrison ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອົດສະຕາລີ ໃຫ້ຮູ້ວ່າ: ເນື້ອໃນຈຸດສຸມສຳຄັນທີ່ສຸດເຊິ່ງການນຳສອງປະເທດຈະປຶກສາຫາລືແມ່ນເລື່ອງສອງຝ່າຍຈະສືບຕໍ່ຍົກລະດັບການພົວພັນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ສະໜິດແໜັ້ນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ເລື່ອງ ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຕັດສິນໃຈມາຢ້ຽມຢາມ ຫວຽດນາມພາຍຫຼັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອົດສະຕາລີ ຄືນໃໝ່ໃນເດືອນ ພຶດສະພາ ທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ອົດສະຕາລີ ຖື ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອົດສະຕາລີ ເປັນສຳຄັນ. ເນື້ອໃນຈຸດສຸມຕໍ່ໄປແມ່ນການຊຸກຍູ້ການຮ່ວມມືເສດຖະກິດຢ່າງແຮງ.

ທ່ານ ໂງເຮື໊ອງນາມ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Scott Morrison ໄດ້ຕັ້ງຄວາມຫວັງໄວ້ວ່າຈະສ້າງກຳລັງໜູນ ແລະ ແງ່ຫວັງໃໝ່, ເປີດກ້ວາງ ແລະ ເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ