ການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີ ກຸນບາ ເພື່ອແນໃສ່ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ
(VOVWORLD) -ທີ່ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Manuel Marrero, ການນຳ 2 ປະເທດຈະເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການລະອຽດເພື່ອຍົກສູງກົນໄກການຮ່ວມມືຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກຸຍບາ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ເລແທັງຕຸງ
(ພາບ: TTXVN)
|
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ເລແທັງຕຸງ ເນັ້ນໜັກວ່າ, ການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີ ກຸນບາ ເພື່ອແນໃສ່ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ກຸຍບາ, ກ່ອນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກຸນບາ Manuel Marrero, ໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 02 ຕຸລາ. ຕາມທ່ານເອກອັກຄະລັດຖະທູດ ເລແທັງຕຸງ ແລ້ວ, ນີ້ແມ່ນຄັ້ງທຳອິດໃນຮອບເວລາ 50 ປີຜ່ານມາ ມີທ່ານນາຍົກລັດຖະມົນຕີ ກຸຍບາ ມາຢ້ຽມຢາມ ຫວຽດນາມ, ຍ້ອນ ກຸຍບາ ຫາກໍ່ຟື້ນຟູຕ່ຳແໜ່ງນາຍົກລັດຖະມົນຕີພາຍຫຼັງການປັບປຸງລັດຖະທຳມະນູນປີ 2019.
ທ່ານເອກອັກຄະລັດຖະທູດ ເລແທັງຕຸງ ຖືວ່າ, ທີ່ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Manuel Marrero, ການນຳ 2 ປະເທດຈະເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການລະອຽດເພື່ອຍົກສູງກົນໄກການຮ່ວມມືຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກຸຍບາ, ພ້ອມທັງຊຸກຍູ້ວິສາຫະກິດຂອງ 2 ປະເທດຮ່ວມມືລົງທຶນໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ສາມາດເພີ່ມຕື່ມໃຫ້ແກ່ກັນ, ໂດຍສະເພາະແມ່ນໃນຂົງເຂດຜະລິດ ແລະ ປຸງແຕ່ງທັນຍາຫານ - ສະບຽງອາຫານ, ພະລັງງານຜະລິດຄືນໃໝ່ ລວມທັງ ໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມ, ທ່ອງທ່ຽວ.