(ພາບປະກອບ)
(vovworld) – “ການຢ້ຽມຢາມທາງລັດຖະກິດກຳປູເຈຍຂອງທ່ານປະທານປະເທດເຈີ່ນດ້າຍກວາງຈະເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອກ່ວາອີກ” ນັ້ນແມ່ນຫົວຂໍ້ບົດຂຽນຂອງໜັງສືພິມລາຍວັນ “ລັດສະໝີ ກຳປູເຈຍ” ອອກວັນທີ 14/06 ພ້ອມກັບຮູບພາບທ່ານປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ເຈີ່ນດ້າຍກວາງ. ບົດຂຽນໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຢາມທາງລັດຖະກິດລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 14 – 16/06. ຕາມບົດຂຽນແລ້ວ ການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນຖານະຕຳແໜ່ງເປັນປະທານປະເທດ ຫວຽດນາມ ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນແຖວໜ້າໃນການຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ. ການຢ້ຽມຢາມຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ນ້ຳໃຈສາມັກຄີສະໜິດຕິດພັນ ແລະ ສະໜັບສະໜູນ, ຊ່ວຍເຫຼືອຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບລາຊະອານາຈັກ ກຳປູເຈຍ. ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ໄດ້ຢືນຢັນວ່າ: “ປະຊາຊົນ ຫວຽດນາມ ເປັນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ ກຳປູເຈຍ. ປະຊາຊົນ ກຳປູເຈຍ ຈະເປັນເພື່ອນມິດຖານບ້ານໃກ້ເຮືອນຄຽງທີ່ດີ, ຮຽງບ່າຮຽງໄຫຼກັບປະຊາຊົນ ຫວຽດນາມ ຕະຫລອດໄປ. ກຳປູເຈຍ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຖານບ້ານໃກ້ເຮືອນຄຽງອັນດີງາມນັ້ນ”.
ຕາມໜັງສືພິມ “ລັດສະໝີ ກຳປູເຈຍ” ແລ້ວ, ການພົວພັນ 2 ປະເທດພວມມີກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອພັດທະນາຢ່າງແຮງ, ຮອບດ້ານຂຶ້ນສູ່ລະດັບສູງໃໝ່. ການນຳຂັ້ນສູງ 2 ປະເທດຢືນຢັນຕັດສິນໃຈສືບຕໍ່ພ້ອມກັນເພີ່ມຄູນພູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານໃຫ້ພັດທະນາກ່ວາອີກ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ຫວຽດນາມ ແລະ ກຳປູເຈຍ. ໜັງສືພິມ “ລັດສະໝີ ກຳປູເຈຍ” ຖືວ່າ: ດ້ວຍຄວາມຕັດສິນໃຈຂອງການນຳຂັ້ນສູງ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ 2 ປະເທດ, ເຊື່ອໝັ້ນຢ່າງແນ່ວແນ່ວ່າ: ບໍ່ມີອິດທິກຳລັງໃດໆ ສາມາດສະກັດກັ້ນປະຊາຊົນ 2 ປະເທດ ກຳປູເຈຍ - ຫວຽດນາມ ພ້ອມກັນກ້າວເຂົ້າບົນເສັ້ນທາງແຫ່ງສັນຕິພາບ ແລະ ມິດຕະພາບໄດ້. ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານຈະໄດ້ຮັບການຍົກຂຶ້ນສູ່ລະດັບສູງໃໝ່ ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນ 2 ປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະ ໃນໂລກ.