ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີລັດເຊຍຈະຊຸກຍູ້ການພົວພັນ2ປະເທດຂຶ້ນສູ່ລະດັບສູງໃໝ່

ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີລັດເຊຍຈະຊຸກຍູ້ການພົວພັນ2ປະເທດຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບປະກອບ)


(vovworld) – ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ປະທານ​າທິບໍດີ​ລັດ​ເຊຍ​ຈະ​ຊຸກຍູ້​ການ​ພົວພັນ 2​ ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ - ນັ້ນ​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເມື່ອ​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ Itar – Tass ​ແລະ ໜັງ​ສຶພິມ Kommersant (ນັກທຸລະກິດ) ຂອງ​ສະຫະພັນ ລັດ​ເຊຍ ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ລັດ​ເຊຍ ກ່ອນ​ການ​ຢ້ຽມຢາມ​ທາງ​ລັດ​ຖະກິດ​ເຖິງ ຫວຽດນາມ​ຂອງ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໃນ​ວັນ​ທີ 12/11/2013.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ດ້ວຍ​ຈຸດໝາຍ​ພັດທະນາ​ການ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ - ການ​ຄ້າ, ວິ​ທະຍາ​ສາ​ດ - ​ເຕັກນິກ, ປ້ອງກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະ​ນະທຳ, ການ​ສຶກສາ ​ແລະ ຫຼາຍ​ຂົງ​ເຂດ​ອື່ນ ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ຂອງ​ປະຊາຊົນ 2 ປະ​ເທດ, ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ກາ​ຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ກັນ​ແຕ່ປີ 2001 ຢ່າງ​ເປັນ​ທາງ​ການ ​ແລະ ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ປີ 2012.

    ທ່ານ​ປະທານ​ປະ​ເທດ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ໃນ​​ໄລຍະ​ຈະ​ມາ​ເຖິງ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງໜ້າ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ປີ 2012, ບັນລຸ 2,45 ຕື້ USD ​ແລະ 9 ​ເດືອນ​ຕົ້ນ​ປີ 2013 ບັນລຸ 2,4 ຕື້ USD.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຖື​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ Putin ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ໃນ​ການ​ພົວພັນ ຫວຽດນາມ - ສະຫະພັນ ລັດ​ເຊຍ. ​ໃນ​ຂ​ອບ​ເຂດ​ການ​ຢ້ຽມຢາມ, ການ​ນຳ 2 ປະ​ເທດ​ຈະ​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຜັນ​ຂະຫຍາຍບັນດາ​ໂຄງການ​ຍຸດ​ທະ​ສາດ​ປະຈຸ​ບັນ​ໃນ​ຂົງ​ເຂດ​ການ​ລົງທຶນນ້ຳມັນ​ອາຍ​ແກ​ດ, ​ໄຟຟ້າ​ນິວ​ເຄຼຍ: ວາງ​ອອກ​ບັນດາ​ທິດ​ທາງ​ໃຫຍ່​ເພື່ອ​ພັດທະນາ​ການ​ຮ່ວມ​ມື​ຮອບດ້ານ​ຢ່າງ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ​ກ່ວາ​ອີກ​ໃນ​ປີ​ວັນ​ຈະ​ມາ​ເຖິງ.
ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີລັດເຊຍຈະຊຸກຍູ້ການພົວພັນ2ປະເທດຂຶ້ນສູ່ລະດັບສູງໃໝ່ - ảnh 2
ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin
(ພາບ: AP)

“ ລັດ​ເຊຍ - ຫວຽດນາມ: ພ້ອມ​ກັນ​ມຸ່ງໄປ​ສູ່​​ການ​ຮ່ວມ​ມື​ໃໝ່” ດ້ວຍ​ຫົວຂໍ້ດັ່ງກ່າວ, ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ມີ​ບົດ​ຂຽນກ່ຽວກັບ​ການ​ພັດທະນາ​ການ​​ພົວພັນ ລັດ​ເຊຍ - ຫວຽດນາມ ກ່ອນ​​ການ​ຢ້ຽມຢາມ​ຂັ້ນ​ລັດຖະກິດ​ຂອງ​ທ່ານ​​ເຖິງ ຫວຽດນາມ ​ໃນ​ວັນ​ທີ 12/11/2013 ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ. ບົດ​ຂຽນເນັ້ນໜັກວ່າ​ນ້ຳ​ໃຈມິດຕະພາບລະ​ຫວ່າງ ລັດ​ເຊຍ ​ແລະ ຫວຽດນາມ ​ໄດ້​ຜ່ານ​ຜ່າ​ການ​ທ້າ​ທາຍ​ຢ່າງໝັ້ນຄົງ. ນັ້ນແມ່ນສາຍ​ພົວພັນ​ທີ່​​ເຄົາລົບນັບຖື​ຊຶ່ງ​ກັນ​ແລະ​ກັນ, ດ້ວຍມູນ​ເຊື້ອໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ. ນັ້ນ​ແມ່ນການ​ຮັບປະກັນ​ລັກສະນະ​ສືບ​ທອດ ​ແລະ ຄວາມໝັ້ນຄົງ​ໃຫ້​ສາຍ​ພົວພັນ​ມຸ່ງ​ໄປ​ສູ່ອະນາຄົດ. ລັດ​ເຊຍ​ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ໃນ​ພາກພື້ນ ອາຊີ - ປາຊີ​ຟິກ, ຊື່​ງ ​ແມ່ນ​ພາກພື້ນທີ່ຫວຽດນາມ​ ກຳລັງ​ພົ້ນ​ເດັ່ນ​ຂຶ້ນ​​ເປັນໜຶ່ງໃນບັນດາສູນກາງນຳໜ້າກ່ຽວກັບ​ການ​ເຕີບ​ໂຕ, ມີ​ຄວາມໝາຍສຳຄັນ​ພິ​ເສດ. ບົດ​ຂຽນ​ໃຫ້​ຮູ້​ວ່າ​ໃນ​ປີ 2012, ວົງ​ເງິນ​ການ​ແລກປ່ຽນສິນຄ້າ​ສອງ​ຝ່າຍ​ໄດ​້ເພີ່ມ 20% ​ແລະ​ ບັນລຸ 3,66 ຕື້ USD. ​ແຜນການ​ລວມ​ແມ່ນ​ຈະ​ເພິ່ມຂຶ້ນ​ເປ​ັນ 7 ຕື້ USD ​ໃນ​ປີ 2015. ​ແລະເຖິງປີ 2020 ຈະ​ແມ່ນ 10 ຕື້ USD.

          ​ໃນ​ຕອນ​ທ້າ​ຍບົດ​ຂຽນ, ທ່ານ​ປະທານາທິບໍດີ Vladimir Putin ສະ​ແດງ​ຄວາມ​ໄວ້​ເນຶ້ອ​ເຊື່ອ​ໃຈ​ວ່າ ບັນດາການ​ພົບ​ປະ​ເຈລະຈາ​ຂັ້ນສູງ​ສຸດ​ຈະ​ໄດ້​ດຳ​ເນີນ​ຢູ່​ ຮ່າ​ໂນ້ຍ ຈະ​ບັນລຸ​ໄດ້ຜົນ​ງານ​ອັນ​ດີງາມ​ເໝືອນກັບ​ມູນ​ເຊື້ອ​​ທີ່​ເຄິຍມີ​ມາ​ແລ້ວ, ແລະ ຈະ​​ສ້າງ​ເປັນ​ກຳລັງໜູນ​ໃໝ່ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ລັດ ​ແລະ ສອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ