ຊ໋ຽວຊານGregory Poling
ພາບ:baomoi.com
|
(vovworld)- ທ່ານ Gregory Poling, ຜູ້ຊ່ຽວຊານຊັ້ນນຳຂອງໂຄງການຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ແລະ ຂໍ້ລິເລິ່ມບັນດາຄູ່ຮ່ວມມື ປາຊີຟີກ ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ(CSIS) ໄດ້ຢືນຢັນວ່າ: ການຢ້ຽມຢາມ ອາເມລິກາຂອງທ່ານເລຂາທິກາຍໃຫຍ່ ຫງວຽນຟູຈ້ອງ ມີຄວາມໝາຍເປັນບາດລ້ຽວສຳລັບການພົວພັນສອງຝ່າຍໃນສະພາບການທີ່ ຫວຽດນາມ ແລະ ອາເມລິກາ ສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ເມື່ອຕີລາຄາກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃນ 20 ປີຜ່ານມາ, ຜູ້ຊ່ຽວຊານ Poling ຖືວ່າ “ຂອບຂະຫນາດ ແລະ ລະດັບຄວາມຄືບຫນ້າແມ່ນປະທັບໃຈທີ່ສຸດ”, ນັບແຕ່ເມື່ອ ຫວຽດນາມເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ການພົວພັນດ້ານການຄ້າ,ການລົງທຶນລະຫວ່າງສອງປະເທດແມ່ນພັດທະນາກະໂດດຂັ້ນຕະຫລອດຮອດການສ້າງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ອາເມລິກາ ຍົກເລີກຄຳສັ່ງຫ້າມຂາຍອາວຸດເຂັ່ນຂ້າໃຫ້ແກ່ຫວຽດນາມ. ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວຂ້ອງເຖິງສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP), ຜູ້ຊ່ຽວຊານຊັ້ນນຳຂອງ CSIS ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງຂອງບັນດາປະເທດເຂົ້າຮ່ວມການເຈລະຈາ, ໃນນັ້ນ ມີຫວຽດນາມ ແລະ ອາເມລິກາ ສຳເລັດເອກະສານນີ້ໂດຍໄວ. ທ່ານ Poling ເນັ້ນຫນັກວ່າ: ການສິ້ນສຸດບັນດາການເຈລະຈາ TPP ອາດຈະແມ່ນ ບາດກ້າວພັດທະນາສຳຄັນທີ່ສຸດ ຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນປີນີ້.